ການລະບາດ ຂອງໄວຣັດ ໂຄວິດ-19 ແຕ່ ທ້າຍປີ 2019 ຈົນ ຮອດປະຈຸບັນ ແມ່ນຍັງສືບຕໍ່ຂະຫຍາຍ ເປັນວົງກວ້າງ. ເວົ້າໄດ້ວ່າ ປະຈຸບັນ ກະຈາຍໄປທົ່ວໂລກແລ້ວ. ຕົວເລກ ຫຼ້າສຸດ ຈາກການລາຍງານຂອງ worldmeters.info ໃນເວລາ 00:50 ວັນທີ 27 ພຶດສະພາ 2020 ໃຫ້ຮູ້ວ່າ. ທົ່ວໂລກ ມີຜູ່ຕິດເຊື້ອ 5,641,265 ຄົນ, ເສຍຊີວິດ 349,714 ຄົນ ແລະ ປົວດີ 2,407,023 ຄົນ

ໃນນີ້ ປະເທດ ອາເມຣິກາ ແມ່ນໜັກທີ່ສຸດ ເພາະຂໍ້ມູນຫຼ້າສຸດ ມີຜູ່ເສຍຊີວິດ ກາຍແສນຄົນແລ້ວ, ຍອດຜູ່ຕິດເຊື້ອ ຢູ່ທີ 1,713,850 ຄົນ, ເສຍຊີວິດ 100,090 ຄົນ ຫຼື ປະມານ 28.6% ຂອງຜູ່ເສຍຊີວິດທັງໝົດ ທົ່ວໂລກ ຈາກ ໂຄວິດ-19. ສ່ວນຜູ່ປິ່ນປົວດີ ໃນອາເມຣິກາ ແມ່ນຢູ່ທີ 468,941 ຄົນ. ໃນວຽກງານກວດຫາເຊື້ອນັ້ນ, ອາເມຣິກາ ແມ່ນເຮັດໄດ້ດີທີ່ສຸດ ຄືກວດໄປແລ້ວ 15,309,265 ຄົນ.

ຕາຕະລາງຂ້າງລຸ່ມ ຈະສະແດງໃຫ້ເຫັນ 15 ປະເທດ ທີ່ມີຜູ້ຕິດເຊື້ອ ຫຼາຍທີ່ສຸດ.

ສ່ວນ ສປປລາວ ຍັງຄົງ ມີຕົວເລກ ເທົ່າເດີມ ຄື ຕິດເຊື້ອ 19 ຄົນ, ປົວດີ 14, ຍັງປິ່ນປົວຢູ່ 5 ຄົນ. ການກວດເຊື້ອທັງໝົດ 5855 ຄົນ.