Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄວາມຄືບໜ້າ ຕຶກໃໝ່ ໂຮງໝໍ ມະໂຫສົດ (ຊົມຄລິບ)

Posted on 26/05/202026/05/2020 By All in LAOS No Comments on ຄວາມຄືບໜ້າ ຕຶກໃໝ່ ໂຮງໝໍ ມະໂຫສົດ (ຊົມຄລິບ)

ໂຄງການກໍ່ສ້າງໂຮງໝໍ ມະໂຫສົດ ຫລັງໃໝ່ ທີ່ໄດ້ວາງສີລາເລີກ ໂດຍ ທ່ານ ເລຂາທິການໃຫຍ່ ແລະ ປະທານປະເທດ ສະຫາຍ ບຸນຍັງ ວໍລະຈິດ ແລະ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງ ສປ ຈີນ ສະຫາຍ ສີ ຈິ້ນຜິງ ໄດ້ເຂົ້າຮ່ວມພິທີວາງສິລາເລີກໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ໃນວັນທີ 14 ພະຈິກ 2017, ໂດຍມີການນຳຂັ້ນສູງພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພາບຈາກ ຂປລ

ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ເປັນໂຮງໝໍຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນ, ຄາດວ່າຈະສ້າງສຳເລັດໃນປີ 2020. ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ, ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.

ມື້ນີ້ພວກເຮົາມາຕິດຕາມຄວາມຄືບໜ້າຂອງການສ້າງຕຶກດັ່ງກ່າວ, ຈາກແຜນຂອງໂຄງການ ຈະມີການສ້າງທັງໝົດ 6 ຕຶກ, ເຊິ່ງຄວາມຄືບໜ້າ ແມ່ນມີ 2​ ຕຶກ ທີ່ຂຶ້ນມາເປັນຮູບເປັນຮ່າງ ແລ້ວ, ແຜນການທີ່ຄາດວ່າ ຈະໃຫ້ສໍາເລັດ ທັງໝົດ ໃນປີ 2020 ອາດບໍ່ທັນສາມາດເປັນໄປຕາມແຜນ. ເນື່ອງຈາກຫຼາຍປັດໃຈ.

ຊົມພາບແບບ 360 ອົງສາ

ຊົມພາບແບບ 360 ອົງສາ

ຄລິບຂ້າງລຸ່ມ ແມ່ນຄວາມຄືບໜ້າ ຂອງການກໍ່ສ້າງຕຶດດັ່ງກ່າວ ທີ່ຖ່າຍ ໃນວັນທີ 25 ພຶດສະພາ 2020

ພາບຈາກ: TF Travel

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງຮຽນ 2 ຫຼັງ ເຮືອນ 67 ຫຼັງ ທີ່ບ້ານດອນ ເມືອງນາກາຍ ໄດ້ຮັບຄວາມເສຍຫາຍຈາກພາຍຸລະດູຮ້ອນ
Next Post: ອາເມຣິກາ ມີຜູ່ເສຍຊີວິດ ຍ້ອນໂຄວິດ-19 ກາຍ 1 ແສນຄົນແລ້ວ

Related Posts

ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ ຂ່າວສານບ້ານເມືອງ
ລົດປີ້ນເພເສຍຫາຍໜັກ ທີ່ບ້ານຫ້ວຍຂີງ ເມືອງໂພນໄຊ ຂ່າວສານບ້ານເມືອງ
ອອກມາແລ້ວ! ຂໍ້ຕົກລົງ ຄ່າບໍລິການກວດ ແລະ ປິ່ນປົວ ໂຄວິດ-19 ຂ່າວສານບ້ານເມືອງ
ທໍາມະຊາດລ້ວນໆ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 579ຄົນ ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme