Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງຮຽນ 2 ຫຼັງ ເຮືອນ 67 ຫຼັງ ທີ່ບ້ານດອນ ເມືອງນາກາຍ ໄດ້ຮັບຄວາມເສຍຫາຍຈາກພາຍຸລະດູຮ້ອນ

Posted on 26/05/202026/05/2020 By All in LAOS No Comments on ໂຮງຮຽນ 2 ຫຼັງ ເຮືອນ 67 ຫຼັງ ທີ່ບ້ານດອນ ເມືອງນາກາຍ ໄດ້ຮັບຄວາມເສຍຫາຍຈາກພາຍຸລະດູຮ້ອນ

ເມືອງນາກາຍ ມີ 67 ຫຼັງຄາເຮືອນ ໄດ້ຮັບຜົນເສຍຫາຍຈາກພາຍຸລະດູຮ້ອນ

ທ່ານສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ, ແຂວງຄຳມ່ວນ ພ້ອມດ້ວຍຄະນະນຳພາຍໃນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມຜົນເສຍຫາຍຈາກ ພາຍຸລະດູຮ້ອນທີ່ພັດເຂົ້າບ້ານດອນ ເມືອງນາກາຍ ອີງຕາມການລາຍງານຂອງອໍານາດການປົກຄອງບ້ານດອນໄດ້ໃຫ້ຮູ້ວ່າພາຍຸລະດູຮ້ອນດັ່ງກ່າວແມ່ນໄດ້ເລີ່ມພັດເຂົ້າມາໃນ ເວລາປະມານ 16:50 ໂມງ ຂອງວັນທີ 23 ພຶດສະພາ 2020

ເຊິ່ງເຮັດໃຫ້ບ້ານເຮືອນຂອງປະຊາຊົນ, ໂຮງຮຽນ, ເຮືອນພັກຄູ ແລະ ເຄື່ອງປູກຂອງຝັງ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ ເຊີ່ງໃນນັ້ນມີເຮືອນປະຊາຊົນຈໍານວນ 67 ຫຼັງຄາ, ໂຮງຮຽນ 2 ຫຼັງ, ເຮືອນພັກຄູ 1 ຫຼັງ ເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມຢ້ານກົວ ແລະ ວິຕົກກັງວົນ.

ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນ 2 ຄົນ ແລະ ໄດ້ນຳສົ່ງໄປໂຮງໝໍແຂວງ ປັດຈຸບັນແມ່ນອາການດີຂຶ້ນແລ້ວ, ສ່ວນມູນຄ່າການເສຍຫາຍຕົວຈິງນັ້ນແມ່ນຍັງຢູ່ໃນການເກັບກໍາຂໍ້ມູນໃນເບື້ອງຕົ້ນ.

ຂ່າວ: ແຂວງຄໍາມ່ວນ

ຄລິບສະພາບຄວາມເສຍຫາຍ ທີ່ບ້ານດອນ ເມືອງນາກາຍ ແຂວງຄໍາມ່ວນ

ກົດຊົມຄລິບ

ຂ່າວກ່ອນໜ້ານີ້

____

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ພາຍຸລະດູຮ້ອນໄດ້ພັດເຂົ້າບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ ມື້ວານນີ້ 23 ພຶດສະພາ 2020 ເວລາ ປະມານ 16:50ນາທີ

ໄດ້ສ້າງຄວາມເສຍຫາຍ ແກ່ບ້ານເຮືອນ ແລະ ໂຮງຮຽນປະຊາຊົນ ຢ່າງໜັກ. ໃນນີ້ມີຄົນໄດ້ຮັບບາດເຈັບຈໍານວນໜຶ່ງ.

ຫຼາຍຫຼັງຄາເຮືອນ ຫຼັງຄາ ສັງກະສີແມ່ນຖືກພັດປິວກະຈັດກະຈາຍ. ບາງເຮືອນກໍ່ຖືກພັດລົ້ມລົງ.

ປະຈຸບັນປະຊາຊົນ ແລະ ທາງອໍານາດການປົກຄອງ ບ້ານແລະເມືອງ ເລັ່ງຊ່ວຍປະຊາຊົນ ແລະ ປະເມີນຄວາມເສຍຫາຍ.

ພາບຄວາມເສຍຫາຍບາງສ່ວນ

.

.

.

.

.

.

.

.

.

.

.

.

ລາຍງານໂດຍ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ບຸນເຫລືອ ພັນດານຸວົງ ໄດ້ຮັບການແຕ່ງຕັ້ງ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ່ໃໝ່
Next Post: ຄວາມຄືບໜ້າ ຕຶກໃໝ່ ໂຮງໝໍ ມະໂຫສົດ (ຊົມຄລິບ)

Related Posts

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ແຈ້ງການ! ເລື່ອງ ການຮຽນ-ການສອນ ແລະ​ ສອບເສັງສຳລັບຈົບຊັ້ນ ປ.​5,​ ມ.4​ ແລະ​ ມ.7 ຂ່າວສານບ້ານເມືອງ
ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ (ຄສ 2020 )ທີ່ນະຄອນຫລວງພຣະບາງ ຂ່າວສານບ້ານເມືອງ
ລົງນາມທີ່ປຶກສາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ແຫ່ງທໍາອິດ ສປປ ລາວ ຂ່າວສານບ້ານເມືອງ
ບູຮານຄະດີລາວ ຕອນ ນາກ 15 ຕະກຸນຂອງ ເມືອງຫລວງພຣະບາງ ຂ່າວສານບ້ານເມືອງ
ຣັດເຊຍມອບພາຫະນະເຕັກນິກ ຊ່ າ ງ ແ ສ ງ ແລະ ຊຸ ດ ອຸ ປ ະ ກ ອ ນ ໃຫ້ແກ່ກະຊວງປ້ອງກັນປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme