ກະຊວງການຕ່າງປະເທດແຕ່ງຕັ້ງ ທ່ານ ບຸນເຫລືອ ພັນດານຸວົງ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່.
ໃນຕອນວັນທີ 26 ພຶດສະພາ 2020 ນີ້ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຄົນໃໝ່ ແລະ ການມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ, ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 234/ນຍ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າກົມກົງສຸນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່.
ໃນໂອກາດດຽວກັນ ກໍ່ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດຄົນໃໝ່ ລະຫວ່າງ ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ໃໝ່.