ລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາຫຼັກສູດການຮຽນ-ການສອນໃນແຕ່ລະຊັ້ນຮຽນ, ເຊິ່ງການສະໜັບສະໜູນຄັ້ງນີ້ ແມ່ນໄດ້ຈັດພິມປຶ້ມແບບຮຽນຊັ້ນປະຖົມສຶກສາປີທີ 2 ທັງໝົດ 756.000 ຫົວ ເພື່ອແຈກຢາຍໃນທົ່ວປະເທດ.

ປຶ້ມແບບຮຽນຊັ້ນປະຖົມສຶກສາປີທີ 2 ດັ່ງກ່າວ ໄດ້ສົ່ງໄປຫາບັນດາຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ ຈຳນວນ 148 ເມືອງໃນທົ່ວປະເທດ ຫວ່າງບໍ່ດົນມານີ້. ຫຼັງຈາກນັ້ນ ຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ ຈະຮ່ວມວາງແຜນກັບໂຮງຮຽນເພື່ອນຳສົ່ງ ຫຼື ເດີນທາງມາຮັບ ເອົາປຶ້ມແບບຮຽນດັ່ງກ່າວໄປໃຫ້ໂຮງຮຽນຂອງຕົນ.ປື້ມແບບຮຽນດັ່ງກ່າວ ໄດ້ຖືກບັນຈຸເຂົ້າໃນແກັດທັງໝົດເປັນຈຳນວນ 9.365 ແກັດ, ໃນນັ້ນໂຮງຮຽນປະຖົມສຶກສາສົມບູນແຕ່ລະແຫ່ງຈະໄດ້ຮັບແກັດອຸປະກອນຮຽນຢ່າງໜ້ອຍ 1 ແກັດ.
ນັກຮຽນຊັ້ນປະຖົມສຶກສາປີທີ 2 ທຸກໆຄົນ ຈະໄດ້ຮັບປຶ້ມແບບຮຽນຄົນລະຊຸດລວມມີ ປຶ້ມແບບຮຽນພາສາລາວ, ປຶ້ມແບບຮຽນວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາຄຸນສົມບັດສຶກສາ. ປຶ້ມແບບຮຽນເຫຼັ້ມໃໝ່ນີ້ມີສີສັນ ແລະ ລວດລາຍທີ່ສວຍງານເພື່ອດຶງດູດຄວາມສົນໃຈຂອງນັກຮຽນ ແລະ ຊ່ວຍໃນການຈື່ຈຳອີກດ້ວຍ.
ອຸປະກອນ ປະກອບການຮຽນ-ການສອນ ທັງໝົດນີ້ແມ່ນຖືກອອກແບບມາເພື່ອການຮຽນແບບມີສ່ວນຮ່ວມຂອງນັກຮຽນ ເຊິ່ງເປັນຈິດໃຈຫຼັກຂອງຫຼັກສູດການສອນສະບັບປັບປຸງໃໝ່ນີ້. ແຕ່ລະຫົວຂໍ້ໃນປຶ້ມແບບຮຽນ ແລະ ອຸປະກອນເສີມ ແມ່ນໄດ້ຜ່ານການກວດແກ້ຢ່າງພິຖີພິຖັນເພື່ອໃຫ້ໝັ້ນໃຈວ່າຫຼັກສູດສະບັບໃໝ່ນີ້ເໝາະສົມກັບນັກຮຽນໃນເກນອາຍຸດັ່ງກ່າວ.
ຂ່າວ: ວຽງຈັນທາຍ