ລັດຖະບານລຸກຊໍາບວກ ມອບອຸປະກອນການແພດໃຫ້ ຂະແໜງສາທາລະນະສຸກ ເພື່ອ ປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ໂຄວິດ-19 ມູນຄ່າ 240.000 ເອີໂຣ ຫຼື ປະມານ 2,36 ຕື້ກີບ ເຊິ່ງເປັນ ການຊ່ວຍເຫຼືອທີ່ຢູ່ໃນມູນຄ່າການ ຊ່ວຍເຫຼືອຊຸກເສີນ 3 ລ້ານເອີໂຣ. ທ່ານ ແຊມເຊວເນີ ອຸປະ ທູດແຫ່ງຣາຊະອານາຈັກລຸກຊໍາ ບວກກ່າວວ່າ: ພາຍຫຼັງທີ່ມີ ການບົ່ງມະຕິກໍລະນີຕິດເຊື້ອ ໂຄວິດ-19 ຢູ່ ສປປ ລາວ ລັດ ຖະບານລຸກຊໍາບວກກໍໄດ້ມອບ ສົ່ງອຸປະກອນການແພດ ແລະ ເຄື່ອງໃຊ້ໃຫ້ແກ່ກະຊວງສາທາລະນະສຸກຂອງລາວ ເພື່ອສົ່ງຕໍ່ ໃຫ້ແຂວງວຽງຈັນ, ບໍລິຄໍາໄຊ ແລະ ແຂວງຄໍາມ່ວນປະກອບ ສ່ວນເຂົ້າໃນການກະກຽມສະຖານທີ່ປິ່ນປົວຜູ້ຕິດເຊື້ອ ແລະ ສະຖານທີ່ກັກກັນກໍລະນີສົງໃສ, ນອກນີ້ຍັງແມ່ນການປ້ອງກັນບໍ່ ໃຫ້ພະນັກງານຕິດເຊື້ອດັ່ງກ່າວ ພ້ອມທັງການຊ່ວຍວຽກງານບົ່ງ ມະຕິຄົນເຈັບ ແລະ ການຕິດຕາມ ຜູ້ຄົນທີ່ໄດ້ສໍາຜັດຜູ້ຕິດເຊື້ອ.

ສໍາລັບອຸປະກອນການແພດ ແລະ ເຄື່ອງໃຊ້ປະກອບມີ: ອຸ ປະກອນທີ່ຕິດພັນກັບການປິ່ນປົວ ຄົນເຈັບດ້ວຍ ອົກຊີເຈນ ອຸປະ ກອນທີ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ- 19 ແລະ ອຸປະກອນຮັບໃຊ້ໃນໂຮງໝໍ ເຊັ່ນ: ຕຽງນອນ, ລໍ້ຍູ້, ພັດລົມ, ຕູ້ເຢັນ, ຈັກຊັກເຄື່ອງ, ຖັງຂີ້ເຫຍື້ອ ແລະ ອື່ນໆ ເຊິ່ງເຄື່ອງດັ່ງກ່າວ ຈະໄດ້ຖືກແຈກຢາຍໃຫ້ 28 ເມືອງ ທີ່ມີການກະກຽມສະຖານທີ່ກັກ ກັນຜູ້ຖືກສົງໃສຕິດເຊື້ອ. ພິທີມອບ-ຮັບເຄື່ອງຊ່ວຍ ເຫຼືອດັ່ງກ່າວຈັດຂຶ້ນໃນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາ ທາລະນະສຸກ ໂດຍການມອບ ຂອງ ທ່ານ ແຊມເຊວເນີ ແລະ ຮັບໂດຍ ທ່ານ ພູທອນ ເມືອງ ປາກ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ມີຜູ້ຕາງໜ້າ ອົງການ LuxDev ແລະ ພະ ນັກງານຂັ້ນສູງກະຊວງສາທາ ລະນະສຸກເຂົ້າຮ່ວມ.