Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກຽມໂຕຮັບມື! ອຸຕຸເຕືອນ ອາທິດນີ້ອາກາດຈະກັບມາຮ້ອນຫຼາຍ ອຸນຫະພູມຈະສູງເຖິງ 40ອົງສາ

Posted on 26/05/202026/05/2020 By News No Comments on ກຽມໂຕຮັບມື! ອຸຕຸເຕືອນ ອາທິດນີ້ອາກາດຈະກັບມາຮ້ອນຫຼາຍ ອຸນຫະພູມຈະສູງເຖິງ 40ອົງສາ

ໄດ້ສໍາຜັດກັບອາກາດດີ ຫຼື ເອີ້ນວ່າບໍ່ຮ້ອນຫຼາຍຍ້ອນມີຝົນຕົກ, ຟ້າລົມໄດ້ພຽງບໍ່ເທົ່າໃດມື້, ຫຼ້າສຸດ ກົມອຸຕຸນິຍົມ ແລະ ອຸທົກກະສາດອອກມາເຕືອນວ່າອາທິດທຸກຄົນຕ້ອງປະເຊີນກັບສະພາບອາກາດທີ່ຮ້ອນເອົ້າ ໂດຍອຸນຫະພູມຈະສູງເຖິງ 40ອົງສາ, ສະນັ້ນ ເຕືອນທຸກຄົນກຽມຮັບມືໃຫ້ດີ.

ອີງຕາມບົດລາຍງານ ສະພາບອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 0587/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 25 ຫາ 31 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 25 ຫາ 27 ພຶດສະພານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມພາກກາງ ແລະ ພາກໃຕ້ເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານ ຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 28 ຫາ 31 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເຂົ້າຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຂ່າວສານບ້ານເມືອງ

Post navigation

Previous Post: ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ
Next Post: ກອງພັນໃຫຍ່ 11 ນຳພາທະຫານໃໝ່ເຄື່ອນທັບອົບຮົມ-ຫັດແອບຍິງລູກປືນແທ້.

Related Posts

ໝາກຜົນຂອງກອງປະຊຸມ
ລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ຈັດຂື້ນຢູ່ສປປ ລາວ
ຂ່າວສານບ້ານເມືອງ
ສຕລ ອັດສີດ U19 ແລ້ວ 550.000.000 ກີບ ຖ້າໄດ້ແຊ້ມ ຈະໄດ້ຫຼາຍກວ່ານີ້ແນ່ນອນ ຂ່າວສານບ້ານເມືອງ
ເຮລິຄອບເຕີຕໍາກັນກາງອາກາດທີ່ ອົດສະຕຣາລີ ເສຍຊີວິດ 4 ເຈັບ 3 ຂ່າວສານບ້ານເມືອງ
ປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນພັນໂທບັນດາກົມກອງກຳລັງຫຼວງ – ກຳລັງທ້ອງຖິ່ນ ຂ່າວສານບ້ານເມືອງ
ນ້ຳປະປານະຄອນຫຼວງວຽງຈັນໄດ້ອອກແຈ້ງການ ກ່ຽວກັບແຮງດັນນ້ຳປະປາຈະບໍ່ເປັນປົກກະຕິຢູ່ສາມເມືອງ ຂ່າວສານບ້ານເມືອງ
ການເຮັດນາຢອດໄດ້ຮັບຜົນດີ ແລະ ປະຢັດຕົ້ນທຶນຫຼາຍກວ່ານາປູກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme