Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

Posted on 26/05/202026/05/2020 By News No Comments on ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

ປະະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ດິນຖືກໂຄງການກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຄິດ­ໄລ່​ໃຫ້, ເຊິ່ງເຈົ້າຂອງໂຄງການຈະຕ້ອງໄດ້ສືບຕໍ່ໄກ່​ເກ່ຍ.  

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​
Image may contain: sky and outdoor

ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ທີ່ໄດ້​ລົງ ຕິດ­ຕາມ​ຄວາມ​ຄືບ​ໜ້າ​ໂຄງການດັ່ງກ່າວໃນບໍ່ດົນມານີ້ວ່າ ໜ້າວຽກຂອງໂຄງການໂດຍລວມແມ່ນສໍາເລັດໄປຕາມແຜນ ແລະ ຈະສໍາເລັດການກໍ່ສ້າງຕາມແຜນການທີ່ວາງໄວ້ຢ່າງແນ່ນອນຄືໃນປີ 2023, ໜ້າ​ວຽກທີ່​ຫຍຸ້ງ­ຍາກ ແລະ ຍັງ​ບໍ່​ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ແມ່ນ​ການ​ໄກ່​ເກ່ຍຈ່າຍ​ຄ່າ​ຊົດ​ເຊີຍ​ທີ່ດິນໃຫ້​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ຖືກໂຄງການ ທີ່ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່ຄິດ­ໄລ່​ໃຫ້ ແລະ ບັນ­ຫາ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ.

Image may contain: sky, outdoor and nature

ໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ໂດຍນັບແຕ່ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບຶງ​ທາດຫຼວງ ​ຫາ ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ຊຶ່ງເປັນໄລ­ຍະ​ທີ 1 ມີ​ຄວາມ​ຍາວ​ທັງ​ໝົດ 13,13 ກິ­ໂລ­ ​ໂດຍມີໄລ­ຍະ​ການ​ກໍ່­ສ້າງ 36 ເດືອນ ເລີ່ມ​ລົງ­ມື​ກໍ່­ສ້າງ​ ແຕ່​ວັນ​ທີ 20 ກຸມ­ພາ 2020  ແລະ ຈະ​ສຳ­ເລັດ​ວັນ​ທີ 20 ກຸມ­ພາ 2023 ຫຼື 3 ປີ, ປັດ­ຈຸ­ບັນນີ້ໄດ້ສຸມໃສ່​ວຽກງານ ​ຊົດ​ເຊີຍທີ່ດິນໂດຍ​ສຳ­ເລັດ​ເປັນ​ຈຳ­ນວນ​ຫຼາຍ ແລະ ວຽກ​ບຸກ­ເບີກ​ແລວ​ທາງ.

Image may contain: one or more people, people standing, sky, outdoor and nature

ການ​ສ້າງ​ທາງ​ດ່ວນວຽງ​ຈັນ ໝາຍ​ເລກ 1  ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດການສັນ­ຈອນ​ໃນນະຄອນຫຼວງວຽງຈັນ ແລະ ໃຫ້​ປະ­ຊາ­ຊົນ​ມີ​ເສັ້ນ­ທາງ​ໄປ​ມາ​ທີ່​ສະ­ດວກ​ສະ­ບາຍ ຊຶ່ງ​ແມ່ນ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ນະຄອນຫຼວງວຽງຈັນ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈຳ­ກັດ​ຜູ້​ດຽວເປັນ​ຜູ້​ຮັບ​ເໝົາ.

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດສູນວາງສະແດງ ແລະ ຈຳໜ່າຍຜະລິດຕະພັນ ຈາກການລ້ຽງເຜິ້ງທຳມະຊາດແບບຍືນນານ
Next Post: ລົດພ່ວງມາແຕ່ຫວຽດນາມ ປີ້ນ ທາງໜອງບົວທອງ-ໜອງບຶກ

Related Posts

ແຂວງຫລວງພະບາງແຈ້ງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ລັກລອບມາປະເທດໂດຍບໍ່ໄດ້ຜ່ານດ່ານ ຂ່າວສານບ້ານເມືອງ
ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດລະບຽບຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ປກສ ຈຳປາສັກ ກັກໂຕໄວລຸ້ນພ້ອມ ຢ າ ເ ສ ບ ຕ ິ ດ 80 ພັນ ເ ມັ ດ ຂ່າວສານບ້ານເມືອງ
ຄົ້ນພົບພືດລົ້ມລຸກ ສາຍພັນໃໝ່ຂອງໂລກ 6 ຊະນິດ ຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຂ່າວສານບ້ານເມືອງ
ນໍ້າຊອງ ວັງວຽງໄຫຼນອງ ຂໍໃຫ້ລະວັງ ຂ່າວສານບ້ານເມືອງ
ແຈ້ງການ! ຢ່າງເປັນທາງການ ກ່ຽວກັບບຸນອອກພັນສາປະວໍຣະນາ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປະຈຳປີ ພສ ໒໕໖໓ (2020) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme