ລາຍງານຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ ໃນວັນທີ 24 ພຶດສະພາ 2020 ເວລາ 17:20 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານ
ເບີ 023 1625 ວ່າມີລົດໃຫ່ຍຕໍາກັບລົດໃຫ່ຍ ຢູ່ທີ່ບ້ານຫີນເຫີບເຫນືອ ເມືອງຫີນເຫີບ ແຂວງວຽງຈັນ

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດບ່ອນເກີດເຫດ ພົບເຫັນຜູ້ບາດເຈັບ 05ຄົນ,ຍິງ 3ຄົນ ,ອາການບາດເຈັບເບື້ອງຕົ້ນ:
- ຜູ້ທີ1: ເປັນເພດຍິງອາຍຸ 60 ປີ, ມີບາດແຜຖະຫລອກຕາມແຂນແລະຂາ
- ຜູ້ທີ 2:ເປັນເພດຍິງ, ອາຍຸ 66 ປີ, ມີບາດແຜຖະຫລອກຕາມແຂນ ແລະ ເຈັບຂາເບື້ອງຊ້າຍ
- ຜູ້ທີ 3 :ເປັນເພດຍິງ, ອາຍຸ 80 ປີ, ຂາເບື້ອງຂວາຫັກປິດ, ແຂນເບື້ອງຊ້າຍຫັກປິດ

- ຜູ້ທີ 4 :ເປັນເພດຊາຍ, ອາຍຸ 48 ປີ, ມີບາດແຜແຕກທີຫົວ ແລະ ດັງ
- ຜູ້ທີ 5 :ເປັນເພດຊາຍ, ອາຍຸ 36 ປີ, ມີບາດແຜເປີດທີຂາເບື້ອງຊາຍ, ຫາຍໃຈບໍ່ສະດວກ

ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົງໂຮງຫມໍແຂວງວຽງຈັນ.