Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເສຍຊິວິດ 1 ເຈັບ 6 ມີ 15 ບ້ານໄດ້ຮັບຄວາມເສຍຫາຍ ຈາກພາຍຸລະດູຮ້ອນ ທີ່ເມືອງຕຸ້ມລານ

Posted on 24/05/202024/05/2020 By All in LAOS No Comments on ເສຍຊິວິດ 1 ເຈັບ 6 ມີ 15 ບ້ານໄດ້ຮັບຄວາມເສຍຫາຍ ຈາກພາຍຸລະດູຮ້ອນ ທີ່ເມືອງຕຸ້ມລານ

ພາຍຸລະດູຮ້ອນພັດຖະຫຼົ່ມເມືອງຕຸ້ມລານ 15 ບ້ານໄດ້ຮັບຜົນກະທົບ, ມີຜູ້ບາດເຈັບ 6 ຄົນ ແລະ ເສຍຊີວິດ 1 ຄົນ

ໃນລະຫວ່າງວັນທີ 21-22 ເມສາ 2020 ຜ່ານມານີ້ ຫຼາຍບ້ານຂອງເມືອງຕຸ້ມລານ, ແຂວງສາລະວັນ ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນຢ່າງໜັກມີ 15 ບ້ານ 166 ຫຼັງຄາເຮືອນ ລວມມີ: ບ້ານຫ້ວຍໄລ, ນາກະເຈີມ, ດອນຊາດ, ນາໂພ, ຕຸ້ມລານ, ດອນບຸງ, ດິນດາກ, ນາລະຈາງ, ດອນຂະຍຸງ, ນາຮ່ອງໃຫຍ່, ນາວຽງຮອງ, ຕຸກລຸກ, ນາກະຕາວ, ດອນມ່ວງ ແລະ ບ້ານທົ່ງໄກ່ຂວ່າ.

ເຊິ່ງມັນໄດ້ສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິ້ນຂອງພໍ່ແມ່ປະຊາຊົນ ເຮືອນເປ່ເພທັງໝົດ 166 ຫຼັງ, ເຫຼົ້າເຂົ້າ 44 ຫຼັງ, ສັງກະສີ 4,458 ແຜນ, ກະເບື້ອງ 96 ແຜນ, ມີຜູ້ທີໄດ້ຮັບບາດເຈັບທັງໝົດ 6 ຄົນ, ຍິງ 2 ຄົນ ແລະ ເສຍຊີວິດ 1 ຄົນ ເປັນແພດຊາຍ ອາຍຸ 1 ປີ ກັບ 1 ເດືອນ, ຜູ້ເສຍຊີວິດ ຊື່ ທ. ຍາຍົມ ຢູ່ບ້ານຫ້ວຍໄລ ສ່ວນສາເຫດໃນການເສຍຊີວິດແມ່ນເກີດຈາກລົມພັດແຮງແລ້ວຖຶກໂຄງຫຼັງຄາເຮືອນເປີດອອກແລ້ວໄປທັບໃສ່ລາວ ເສຍຊີວິດຄາທີ.

ຜ່ານການສັ່ງລວມຄວາມເສຍຫາຍທັງໝົດ 255.958.000 ກີບ, ເສຍຫາຍໜັກ ຄິດໄລ່ເປັນເງິນ 116.914.000 ກີບ, ເສຍຫາຍປານກາງ 22.164.000 ກີບ ແລະ ເສຍຫາຍໜ້ອຍ 116.880.000 ກີບ.

ໂດຍ: ວຽງສະຫວັນ ແສນຄຳ ນັກຂ່າວ​ເມືອງ​ຕຸ້ມ​ລານ

ຂ່າວສານບ້ານເມືອງ

Post navigation

Previous Post: ພາຍຸລະດູຮ້ອນໄດ້ພັດເຂົ້າບ້ານດອນ ເມືອງນາກາຍ ເສຍຫາຍໜັກ
Next Post: ຄລິບສະພາບຄວາມເສຍຫາຍຈາກພາຍຸລະດູຮ້ອນ ທີ່ບ້ານດອນ ເມືອງນາກາຍ

Related Posts

ຍັງມີປະຊາຊົນຈໍານວນໜຶ່ງຝ່າຝືນລັກລອບເຂົ້າ-ອອກເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ພະຍາກອນອາກາດເຢັນປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຂ່າວສານບ້ານເມືອງ
ຜົວສະຕິບໍ່ດີຈູດເຮືອນຕົນເອງກ້ຽງ ເສຍຊິວິດ 1 ຄົນ ທີ່ເມືອງຜາອຸດົມ ຂ່າວສານບ້ານເມືອງ
ກຊສ ປະກາດແຕ່ງຕັ້ງຮອງລັດຖະມົນຕີ ພ້ອມອະນຸມັດໃຫ້ພະນັກງານຮັບອຸດໜູນບຳນານ ຂ່າວສານບ້ານເມືອງ
2021 ມີພຽງ 4 ແຂວງສາມາດເກັບພາສີໄດ້ລື່ນແຜນການ ຂ່າວສານບ້ານເມືອງ
ລົດຈັກຕຳກັບລົດກະບະ ເສຍຊີວິດຄາທີ່ 1 ຄົນ ເຂດເມືອງຫາດຊາຍຟອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme