Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາທາ ເຕືອນປະຊາຊົນ ຕ້ອງປ້ອງກັນພະຍາດລະດູຝົນ

Posted on 23/05/202023/05/2020 By All in LAOS No Comments on ສາທາ ເຕືອນປະຊາຊົນ ຕ້ອງປ້ອງກັນພະຍາດລະດູຝົນ

ໃນການ ຖະແຫຼງຂ່າວ ວັນທີ່ 23 ພຶດສະພາ 2020 ນີ້, ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ກ້າວເຂົ້າສູ່ລະດູຝົນ, ກະຊວງສາທາລະນະສຸກ ບໍ່ພຽງແຕ່ຄວບຄຸມການລະບາດຂອງພະຍາດ COVID-19 ຍັງໄດ້ເອົາໃຈໃສ່ ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຕາມລະດູການເປັນຕົ້ນແມ່ນ:

ຖອກທ້ອງ, ໄຂ້ຫວັດ, ໝາກແດງ, ມາລາເຣຍ ແລະ ໄຂ້ຍຸງລາຍ, ທັງໄດ້ເປີດຂະບວນການສັກຢາກັນພະຍາດທົ່ວປະເທດ.

ສະເພາະໄຂ້ຍຸງລາຍປີ 2019 ຜ່ານມາມີຜູ້ຕິດເຊື້ອທັງໝົດ 39,091 ຄົນ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອທັງໝົດ 1,337 ຄົນ, ເສຍຊີວິດ 04 ຄົນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ, ຖືວ່າເປັນພະຍາດທີ່ມີຄວາມຮຸນແຮງເຊັ່ນກັນ.

ສະນັ້ນ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງໄດ້ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ນຳພາລູກຫຼານໄປສັກຢາກັນພະຍາດ ຕາມຕາຕະລາງສັກຢາ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຫດຄົນແທງກັນ ສາເຫດ ຍ້ອນກາເຟ 1 ຊອງ ທີ່ ປາກເຊ
Next Post: ຄວາມຫັນສາຂອງ ລູກຊາຍຈອມດື້ ແລະ ແມ່ຍອດນັກສືບ

Related Posts

ມີ 885 ກິດຈະການ ທີ່ຂຸດຄົ້ນກ່ຽວກັບແຮ່ທາດຢູ່ລາວ ຂ່າວສານບ້ານເມືອງ
ແຂວງຈໍາປາສັກຈະເລີ່ມສັກວັກຊິນກັນພະຍາດໂຄວິດໃຫ້ແກ່ປະຊາຊົນ ເລີ່ມວັນທີ 27 ກໍລະກົດ 2021 ຂ່າວສານບ້ານເມືອງ
ສະຫາຍ ທ່ານ ນາງ ສີໃສ ລືເດດມູນສອນ ຮັບໜ້າທີ່ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ້ໃໝ່ ຂ່າວສານບ້ານເມືອງ
ພະຈົນໄພ ດອນພູວຽງ ຫາດຊາຍຂາວ ຢູ່ໃຈກາງອ່າງນ້ຳງື່ມ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາຢຶດພະຫະນະນໍາເຂົ້າ ຜິ ດ ກົ ດ ໜ າ ຍ ຂ່າວສານບ້ານເມືອງ
ຄົນລາວຢູ່ອົດສະຕາລີ ມອບອຸປະກອນການຮຽນໃຫ້ຜູ່ທຸກຍາກ ຜ່ານ ທລຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme