Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການກາແດງລາວ ມອບຜ້າອັດປາກໃຫ້ໂຮງໝໍມະໂຫສົດ ມູນຄ່າ 31 ລ້ານກວ່າກີບ

Posted on 22/05/202022/05/2020 By All in LAOS No Comments on ອົງການກາແດງລາວ ມອບຜ້າອັດປາກໃຫ້ໂຮງໝໍມະໂຫສົດ ມູນຄ່າ 31 ລ້ານກວ່າກີບ

ໃນວັນທີ 21 ພຶດສະພາ 2020 ນີ້ ທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍຄະນະໄດ້ນຳເອົາຜ້າອັດປາກຈຳນວນ 12,500 ອັນ ລວມມູນຄ່າທັງໝົດ 31.250.000 ກີບ ເຄື່ອງຈໍານວນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກບໍລິສັດ GD Mining Co.LTD ມາມອບໃຫ້ແກ່ໂຮງໝໍມະໂຫສົດ ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ -19.

ໂດຍການກ່າວຮັບຂອງທ່ານ ດຣ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ ພ້ອມທັງໄດ້ມອບໃບກຽດຕິຄຸນໃຫ້ແກ່ອົງການກາແດງລາວ

ໂອກາດດັ່ງກ່າວທ່ານອຳນວຍການໂຮງໝໍ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງອົງການກາແດງລາວທີ່ໄດ້ນຳເອົາຜ້າອັດປາກມາມອບໃຫ້ ແລະ ເຫັນໄດ້ຄວາມສໍາຄັນໃນວຽກງານການສະກັດກັ້ນການລະບາດຂອງພະຍາດໂຄວິດ -19 ທີ່ກໍາລັງລະບາດຢູ່ໃນປັດຈຸດບັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ! ແຜ່ນດິນໄຫວຢູ່ ບ້ານສີໄຊທອງ
Next Post: ລະວັງການເດີນທາງ ພູເກົ້າຫຼັກ ເພາະມີການສ້ອມແປງທາງ

Related Posts

ປກສ ຈຳປາສັກ ກັກໂຕໄວລຸ້ນພ້ອມ ຢ າ ເ ສ ບ ຕ ິ ດ 80 ພັນ ເ ມັ ດ ຂ່າວສານບ້ານເມືອງ
ອາເມລິກາປະກາດເພີ່ມທຶນຊ່ວຍເຫຼືອລາວເພື່ອຮັບມືກັບພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຖືກຈັບຄາດ່ານ ພ້ອມຢາໄອສ໌ 10 ກິໂລກຼາມ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມ +35 ຄົນ ຂ່າວສານບ້ານເມືອງ
ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 676ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme