ແຂວງໄຊສົມບູນ ເຊັນສັນຍາ 2 ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຄວາມຍາວ 83 ກວ່າກິໂລແມັດ ມູນຄ່າການກໍ່ສ້າງ 473 ຕື້ກວ່າກີບ

ພິທິເຊັນສັນຍາ ລະຫວ່າງ ອົງການປົກຄອງ ແຂວງໄຊສົມບູນ ກັບ ບໍລິສັດຮັບເໝົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ 2 ໂຄງການກໍ່ສ້າງເສັ້ນທາງປູຍາງ 2 ຊັ້ນ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2020 ຜ່ານມາ ໂດຍການເຂົ້າຮ່ວມເປັນສັກຂິພິຍານມີ ທ່ານ ພົຕ. ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີຮອງເຈົ້າແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຫົວໜ້າພະແນກການກ່ຽວຂ້ອງ ແລະ ການລົງທຶນ, ອໍານວຍການບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ

ທ່ານ ໄຊສົມພັນ ລີເຕັ້ງເບຼ່ຍຈື້ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ໄດ້ລາຍງານກ່ຽວກັບຂໍ້ມູນພື້ນຖານ ຂອງ 2 ໂຄງການ ດັ່ງກ່າວວ່າ: ໂຄງການກໍ່ສ້າງຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ທາງຫຼວງແຫ່ງຊາດ ເລກ 5B ແຕ່ສາມແຍກຂົວນໍ້າຍອນ ຫາ ບ້ານນາໄຊສະຫ່ວາງ (ເຂດແດນແຂວງວຽງຈັນ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ມີຄວາມຍາວ 66,18 ກິໂລແມັດ, ກວ້າງ 7 ແມັດ, ມີມູນຄ່າໃນການກໍ່ສ້າງ ທັງໝົດ 392.914.716.963 ກີບ, ກໍານົດໄລຍະເວລາການກໍ່ສ້າງ 36 ເດືອນ ໂດຍມີ 4 ບໍລິສັດຮັບເໝົາກໍ່ສ້າງ ແລະ 1 ບໍລິສັດທີ່ປຶກສາຄື:
ເລີ່ມແຕ່ ກິໂລແມັດ 0 ຫາກິໂລແມັດທີ 14+125 ແລະ ຊ່ວງທີ 2 ແຕ່ກິໂລແມັດທີ 14+125 ຫາ ກິໂລແມັດທີ 22+500 ແມ່ນບໍລິສັດ ສີສະເກດກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ຊ່ວງທີ 3 ແຕ່ກິໂລແມັດທີ 22+500 ຫາ ກິໂລແມັດທີ 39 ແມ່ນບໍລິສັດບຸຜາ ພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສໍາຫຼວດອອກແບບ ຈໍາກັດຜູ້ດຽວ, ຊ່ວງທີ 4 ແຕ່ກິໂລແມັດທີ 39 ຫາ ກິໂລແມັດທີ 53 ແມ່ນບໍລິສັດທະວີໄຊກໍ່ສ້າງ ຈໍາກັດຜູ້ດຽວ, ຊ່ວງທີ 5 ແຕ່ກິໂລແມັດທີ 53 ຫາກິໂລແມັດ 66+175 ແມ່ນບໍລິສັດເອທີໂອໂຕກໍ່ສ້າງຈໍາກັດ ຜູ້ດຽວ ແລະ ບໍລິສັດລາວເອອີຊີ ຄອນຊາວຕິງຈໍາກັດ ເປັນທີ່ປຶກສາ.

ສ່ວນໂຄງການກໍ່ສ້າງເສັ້ນປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ແລະ ສາມແຍກພູຄໍາ ເມືອງອະນຸວົງ, ແຂວງໄຊສົມບູນ ມີຄວາມຍາວ 17,565 ກິໂລແມັດ, ກວ້າງ 6 ແມັດ, ມີມູນຄ່າການກໍ່ສ້າງ ທັງໝົດ 80.309.967.918 ກີບ, ກໍານົດໄລຍະເວລາໃນການກໍ່ສ້າງ 24 ເດືອນ ໂດຍແມ່ນບໍລິສັດພີເອັດກໍ່ສ້າງ ແລະ ທ່ອງທ່ຽວ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດພີແສສ ຈໍາກັດຜູ້ດຽວ ເປັນທີ່ປຶກສາ.

ເນື້ອໃນຂ່າວໂດຍ: ພາພອນ ນະວົງໄຊ