Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄລຍະ ໂຄວິດ-19 ແພດໝໍ ໄດ້ຮັບສ່ວນຫຼຸດຄ່າໄຟຟ້າ 15% ສາມເດືອນ ສ່ວນຜູ່ໃຊ້ຄົວເຮືອນທົ່ວໄປ ມີແຕ່ເລື່ອນຈ່າຍໄດ້ 45 ມື້

Posted on 21/05/202021/05/2020 By All in LAOS No Comments on ໄລຍະ ໂຄວິດ-19 ແພດໝໍ ໄດ້ຮັບສ່ວນຫຼຸດຄ່າໄຟຟ້າ 15% ສາມເດືອນ ສ່ວນຜູ່ໃຊ້ຄົວເຮືອນທົ່ວໄປ ມີແຕ່ເລື່ອນຈ່າຍໄດ້ 45 ມື້

ນະໂຍບາຍຂອງໄຟຟ້າລາວ ຕໍ່ສັງຄົມເພື່ອຫລຸດຜ່ອນຜົນກະທົບຈາກ COVID-19 !

ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ເມື່ອວັນທີ 20 ພຶດສະພາ 2020 ກ່ຽວກັບການກໍານົດນະໂຍບາຍໃຫ້ສັງຄົມ ເພື່ອຊ່ວຍຫລຸດ ຜ່ອນຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ຕະຫລອດໄລຍະຜ່ານມາ, ລັດວິສາຫະກິດໄຟຟ້າລາວ ແມ່ນໄດ້ມີນະໂຍບາຍຕ່າງໆເພື່ອຊ່ວຍເຫລືອສັງຄົມມາໂດຍຕະຫລອດ, ບໍ່ວ່າຈະເກີດເຫດການໄພພິບັດທາງທໍາມະຊາດຕ່າງໆເຊັ່ນ: ໄພນໍ້າຖ້ວມ, ໄພແລ້ງ ກໍໄດ້ຫລຸດຄ່າກະແສໄຟຟ້າໃຫ້ກັບພາກສ່ວນທີ່ໄດ້ຮັບຜົນກະທົບໜັກ.

ສໍາລັບໃນໄລຍະເກີດການລະບາດຂອງພະຍາດ COVID-19 ນີ້ ກໍພໍດີຖືກກັບໄລຍະທີ່ລັດຖະ ບານໄດ້ມີແຈ້ງການໃຫ້ຂະແໜງການກ່ຽວຂ້ອງ ຕ້ອງປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລະ ການກໍານົດລາຄາໄຟຟ້າໃໝ່ ຊຶ່ງເຫັນວ່າ ຜູ້ຊົມໃຊ້ສ່ວນຫລາຍນັບທັງພາກທີ່ຢູ່ອາໄສ ແລະ ບໍ່ແມ່ນພາກທີ່ຢູ່ອາໄສກໍແມ່ນໄດ້ມີສ່ວນຫລຸດຈາກລາຄາເດີມ ແຕ່ 2-35% ສະເລ່ຍແລ້ວປະມານ 6% ຫລື ຕົກເປັນເງິນລວມປະມານ 300 ກວ່າຕື້ກີບຕໍ່ປີ.

ສະນັ້ນ ຈຶ່ງຖືເອົາການປັບປຸງລາຄາໃໝ່ນີ້ເປັນນະໂຍບາຍລວມອັນໜຶ່ງ. ນອກນີ້ ກໍໄດ້ມີນະໂຍບາຍເລື່ອນຊໍາລະໜີ້ຄ່າກະແສໄຟຟ້າ ພາກທີ່ຢູ່ອາໄສຈາກປົກກະຕິແມ່ນໃນໄລຍະເວລາ 7-30 ວັນ ເພີ່ມຂຶ້ນເປັນ 7-45 ວັນ ແລະ ພາກສ່ວນບໍ່ແມ່ນທີ່ຢູ່ອາໄສ ຈາກປົກກະຕິແມ່ນ 7-15 ວັນ ກໍເພີ່ມຂຶ້ນເປັນ 7-30 ວັນ ຫລັງຈາກມື້ໄດ້ຮັບບິນຄ່າໄຟຟ້າ ຫລື ກໍລະນີຜູ້ທີ່ມີສັນຍາກໍແມ່ນເພີ່ມໃຫ້ອີກ 15 ວັນ ໃນໄລຍະ 3 ເດືອນ ຄື: ເດືອນພຶດສະພາ, ມິຖຸນາ ແລະ ກໍລະກົດ 2020.

ພິເສດຍັງໄດ້ກໍານົດນະໂຍບາຍຫລຸດຄ່າຊົມໃຊ້ໄຟຟ້າ ສໍາລັບທີ່ຢູ່ອາໄສຂອງບັນດາແພດໝໍ ທີ່ປະຕິ ບັດໜ້າທີ່ວຽກງານຕໍ່ສູ້ຕ້ານກັບການລະບາດພະຍາດ COVID-19 ລົງອີກ 15% ເປັນໄລຍະເວລາ 3ເດືອນ, ປັດຈຸບັນ ຂະແໜງການຂອງຕົນພວມເລັ່ງປະສານສົມທົບກັບ ກະຊວງສາທາລະນະສຸກ ແລະ ໂຮງໝໍແຂວງຕ່າງໆເພື່ອໃຫ້ສາມາດຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໄດ້ໂດຍໄວ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ຂປລ

ຂ່າວສານບ້ານເມືອງ

Post navigation

Previous Post: ໄລ່ຈັບ ໂຈນລັກລົດກູ້ໄພ 1623 ໜີໄປທາງຊຽງຂວາງ (ມີຄລິບ)
Next Post: ພົບສົບໄຫຼມາຄ້າງເຂດທ່າບ້ານນາທາມ ເມືອງຫາດຊາຍຟອງ

Related Posts

ລົດເມຖອຍຢຽບລົດຈັກ ພໍ່ແມ່ລູກ ລອດວຸດວິດ ທີ່ອັດຕະປື ຂ່າວສານບ້ານເມືອງ
ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຂ່າວສານບ້ານເມືອງ
ນາທີລະທຶກໃຈ! ຊ່ວຍກັນຍູ້ລົດຂຶ້ນຈາກນໍ້າ ທີ່ທ່າໂທມ ຂ່າວສານບ້ານເມືອງ
ບອກຕໍ່ໃຫ້ແດ່! ຂໍໃຫ້ລີກເວັ້ນເສັ້ນທາງ ກາສີ-ເມືອງນານ (ພູເກົ້າຫຼັກ) ນັບຕັ້ງແຕ່ ວັນທີ 18 -25 ພຶດສະພາ 2021 ຂ່າວສານບ້ານເມືອງ
ຕັ້ງເປົ້າປູກໄມ້ໃຫ້ເປັນປ່າປີ 2022 ເນື້ອທີ່ 37.200 ເຮັກຕາ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme