Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການລີອອດ ມອບການຊ່ວຍເຫຼືອ ແກ່ສູນກັ່ນກອງໂຄວິດ-19 ທີ່ຫຼວງພະບາງ ມູນຄ່າ 20 ລ້ານກີບ

Posted on 20/05/202020/05/2020 By All in LAOS No Comments on ອົງການລີອອດ ມອບການຊ່ວຍເຫຼືອ ແກ່ສູນກັ່ນກອງໂຄວິດ-19 ທີ່ຫຼວງພະບາງ ມູນຄ່າ 20 ລ້ານກີບ

ໃນວັນທີ 20 ພຶດສະພາ 2020 ນີ້, ອົງການລີອອດ ໄດ້ຮ່ວມມື ກັບພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ນໍາເອົາເຂົ້າປາອາຫານ ແລະ ເຄື່ອງໃຊ້ ຈໍານວນໜື່ງ ລວມເປັນມູນຄ່າ 20 ລ້ານກີບ ໄປມອບໃຫ້ ສູນກັ່ນກອງ ໂຄວິດ-19 ໃນແຂວງຫຼວງພະບາງ ເຊິ່ງປະຈຸບັນ ມີແຮງງານລາວ ມາແຕ່ ຕ່າງປະເທດ. ເຊິ່ງສູນດັ່ງກ່າວ ມີປະມານ 126 ຄົນ.

ພາບແລະຂໍ້ມູນຈາກ ອົງການລີອອດ ແຂວງຫຼວງພະບາງ

ງົບປະມານ ທີ່ໄດ້ມາຄັ້ງນີ້ ແມ່ນຈາກການບໍລິຈາກ ຂອງຄູ່ຮ່ວມງານ ອົງການລີອອດ, ອົງການ GoPhil ປະເທດອາເມຣິກາ ແລະ Rotary in Leighton ແລະ District 1260 ປະເທດອັງກິດ. ເຊິ່ງການຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ຊື້ ອຸປະກອນ ວັດແທກອຸນຫະພູມ, ເຄື່ອງໃຊ້, ອາຫານແຫ້ງ ປະເພດ ໝີ, ໄຂ່, ປາກະປ໋ອງ.

ຕ່າງໜ້າມອບການຊ່ວຍເຫຼືອຄັ້ງນີ້ ມີ ທ່ານ ບຸນໜຽວ ສົມສັກ ຜູ່ຊ່ວຍອົງການລີອອດ ປະຈໍາແຂວງຫຼວງພະບາງ ແລະ ຕົວແທນຂອງ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ແລະ ມອບໃຫ້ ກັບບັນດາແຮງງານລາວແຕ່ລະຄົນ ໂດຍມີຕົວແທນ ຈາກຄະນະສະເພາະກິດ ແຂວງຫຼວງພະບາງ ເປັນສັກຂີພະຍານ ໃນການມອບການຊ່ວຍເຫຼືອຄັ້ງນີ້.

ພາບແລະຂໍ້ມູນຈາກ ອົງການລີອອດ ແຂວງຫຼວງພະບາງ

ອົງການລີອອດ ແມ່ນອົງການຊ່ວຍເຫຼືອລ້າຈາກປະເທດອັງກິດ ທີ່ໃຫ້ການຊ່ວຍເຫຼືອວຽກງານການສຶກສາ ແລະ ພັດທະນາຊຸມຊົນ ຢູ່ແຂວງຫຼວງພະບາງ ແຕ່ປີ 2006. ປະຈຸບັນ ອົງການລີອອດ ມີສູນພາສາອັງກິດ ແລະ ຄອມພິວເຕີ ທີ່ເປີດໃຫ້ນັກຮຽນດ້ອຍໂອກາດ ຫຼາຍກວ່າ 300 ຄົນໃນແຕ່ລະປີ ເຂົ້າຮຽນໂຮງຮຽນດັ່ງກ່າວ ໂດຍບໍ່ເສຍຄ່າ. ໃຫ້ທຶນການສຶກສາ ແກ່ນັກຮຽນທີ່ດ້ອຍໂອກາດ ເພື່ອເຂົ້າຮຽນຕໍ່ລະດັບ ວິທະຍາໄລ ແລະ ມະຫາວິທະຍາໄລ, ຊ່ວຍເຫຼືອວຽກງານວິຊາຊີບ ໂດຍສະເພາະ ການຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໃນການຈັດອົບຮົມ ວິຊາຕັດຫຍິບ ໃຫ້ແມ່ຍິງໃນແຂວງຫຼວງພະບາງ.

ພາບແລະຂໍ້ມູນຈາກ ອົງການລີອອດ ແຂວງຫຼວງພະບາງ

ເພີ່ມເຕີມ ກ່ຽວກັບ ອົງການລີອອດ ເຂົ້າຊົມທີ່ www.leot.org.uk ຫຼື www.facebook.com/LEOTUpdate

ພາບແລະຂໍ້ມູນຈາກ ອົງການລີອອດ ແຂວງຫຼວງພະບາງ
ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ຍອດຕິດເຊື້ອທົ່ວໂລກ ກາຍ 5 ລ້ານຄົນແລ້ວ! ຣັດເຊຍ ກາຍ 3 ແສນ ຄົນ
Next Post: ມາອີກແລ້ວ ຈົດເລກໄຟຟ້າເດົາເອົາ ກາຍໄປ 600 ກວ່າກິໂລວັດໂມງ

Related Posts

ລາວ-ຈີນເພີ່ມຄວາມເຂັ້ມແຂງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີເນັ້ນໃຫ້ມີການຈັດການນໍ້າຢູ່ແຕ່ລະເຂື່ອນໃນທົ່ວປະເທດ ຂ່າວສານບ້ານເມືອງ
ສອງສ່ຽວກໍ່ເຫດປຸ້ນເອົາລົດຈັກໄປໄດ້ 2 ວັນ ເຈົ້າໜ້າທີ່ຕາມສືບຈັບໄດ້ ຂ່າວສານບ້ານເມືອງ
ອີກສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງ ຂອງແຂວງສາລະວັນ ທີ່ຈະແນະນຳຄື “ທົ່ງກາ” ຂ່າວສານບ້ານເມືອງ
ຈະໃຫ້ຈໍາກັດບໍລິເວນຢູ່ເຮືອນຊົ່ວຄາວຫາກໂຮງໝໍບໍ່ພຽງພໍ ຂ່າວສານບ້ານເມືອງ
ກົມໃຫຍ່ການເມືອງກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme