Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປອມແປງເອກະສານທາງລັດຖະການ ຖືກຈັບມາດຳເນີນຄະດີ

Posted on 20/05/202020/05/2020 By All in LAOS No Comments on ປອມແປງເອກະສານທາງລັດຖະການ ຖືກຈັບມາດຳເນີນຄະດີ

ປກສ ນະຄອນຫຼວງວຽງຈັນ: ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2020, ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ເມື່ອໄດ້ຮັບການມອບ ໝາຍຈາກຂັ້ນເທິງ ໃນວັນທີ 18 ພຶດສະພາ 2020, ຫ້ອງຕໍາຫຼວດ ປກສ ນວ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ເພື່ອລົງຕິດຕາມ, ກວດກາ ເປົ້າໝາຍທີ່ປອມແປງເອກະສານທາງລັດຖະການຈົນຮອດເວລາ 14:30 ໂມງ ຈຶ່ງພົບເຫັນເປົ້າໝາຍຊື່: ນາງກອງມະນີ ອາຍຸ 32 ປີ ອາຊີບ ປະຊາຊົນ ຢູ່ບ້ານຊໍາເຄ້ ເມືອງໄຊເຊດຖາ ຢູ່ຮ້ານເຟີນີເຈີແຫ່ງໜຶ່ງເຂດບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈຶ່ງກັກຕົວມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ນາງ ກອງມະນີ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ເລີ່ມຂາຍປື້ມມາແຕ່ເດືອນຕຸລາ 2019 ໂດຍໄດ້ໄປຮັບເອົາປື້ມວາລະສານຕ່າງໆ ຢູ່ຮ້ານຈໍາໜ່າຍປື້ມໃນຕະຫຼາດເຊົ້າ. ຕົກມາຮອດເດືອນ ພຶດສະພາ 2020 ຕົນເອງໄດ້ໄປຮັບເອົາໜັງສືທາງລັດຖະການ ນໍາພະນັກງານຂອງກົມເລຂາ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຈະເອົາປື້ມອອກໄປຈໍາໜ່າຍ (ຂາຍ);

ເຊິ່ງໃນໜັງສືທາງລັດຖະການນັ້ນ ຈະມີລາຍເຊັນ ແລະ ປະທັບຕາຂອງກົມເລຂາ ທີ່ເປັນເອກະສານສະບັບເດີມ (ຂອງແທ້ ) ຢູ່ເນື້ອໃນເອກະສານດັ່ງກ່າວແມ່ນ ໄດ້ບົ່ງບອກລາຍລະອຽດຢ່າງຈະແຈ້ງກ່ຽວກັບຊື່ປື້ມວາລະສານ ທີ່ຈະຂາຍ; ພ້ອມທັງກໍານົດລາຄາຢ່າງຄັກແນ່. ຈາກນັ້ນ ຕົນເອງແມ່ນໄດ້ເອົາເອກະສານດັ່ງກ່າວ ໄປໃຫ້ຮ້ານກ໋ອບປີ່ເອກະສານແຫ່ງໜຶ່ງເຂດທາດຫຼວງ ເພື່ອປ່ຽນແປງວັນທີ, ເດືອນ, ປີ; ພ້ອມທັງປ່ຽນແປງລາຄາ ແລະ ຊື່ຂອງປື້ມ ເຊັ່ນ:ຈາກຊື່ປື້ມ ນັກບໍລິຫານ ມາເປັນປະຫວັດສາດລາວໂດຍຫຍໍ້ ຊື້ໃນລາຄາຈາກຫົວລະ 25.000 ກີບມາຂາຍເປັນຫົວ 150.000 ກີບ, ເຊິ່ງໄດ້ຈໍາໜ່າຍອອກໄປແລ້ວຈໍານວນ 30 ຫົວ ແລະ ໄດ້ປ່ຽນຊື່ປື້ມນັກບໍລິຫານເປັນຊື່ປື້ມພົງສາວະດານ ໂດຍໄດ້ຊື້ໃນລາຄາ 15.000 ກີບແລ້ວນຳໄປຂາຍໃນລາຄາ 65 .000 ກີບ, ໃນນີ້ໄດ້ຂາຍແລ້ວຈໍານວນ 10 ຫົວ.

ທ່ານຫົວໜ້າຫ້ອງຕຳຫຼວດ ປກສ ນວ ໄດ້ໃຫ້ຮູ້ອີກວ່າ: ຕໍ່ກັບຄະດີລາຍນີ້້ປັດຈຸບັນ ເຈົ້າໜ້າທີ່ກໍາລັງລວບລວມຂໍ້ມູນ ເພື່ອດໍາເນີນຄະດີຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນໄພສັງຄົມ! ຕົວະຂາຍຄອມທາງອອນລາຍເອົາເງິນໄປຫຼິ້ນເກມ ລ່າສຸດຕໍາຫຼວດຈັບໄດ້ແລ້ວ
Next Post: ຂ່າວດ່ວນ! ຍອດຕິດເຊື້ອທົ່ວໂລກ ກາຍ 5 ລ້ານຄົນແລ້ວ! ຣັດເຊຍ ກາຍ 3 ແສນ ຄົນ

Related Posts

ເຮັດວຽກຕັ້ງ 3 ເດືອນ ນາຍຈ້າງໃຫ້ເງິນແຕ່ 70 ພັນ ກີບ ຈະກັບບ້ານກໍບໍ່ມີຮອດເງິນຄ່າລົດ ຂ່າວສານບ້ານເມືອງ
ຊົມເຊີຍ! ທີມແພດ ຢູ່ສູນຫ້ວຍຫົງ ສໍາເລັດພາລະກິດ ປິ່ນປົວ ຜູ້ຕິດເຊື້ອໂຄວິດ ຫາຍດີ ແລະ ໄດ້ກັບເຮືອນໝົດແລ້ວ ຂ່າວສານບ້ານເມືອງ
ຊ່ວຍເຫຼືອຂັ້ນຕົ້ນຢ່າງຮີບດ່ວນ! ເມືອງໂຂງ ມີ 254 ຄອບຄົວໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 208ຄົນ ຂ່າວສານບ້ານເມືອງ
ເກີດເຫດຟ້າຜ່າຕົ້ນໂພເຮັດໃຫ້ງົວປະຊາຊົນ ຕ າ ຍ 9 ໂຕ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນ! ແຂວງບໍລິຄຳໄຊ ເລີ່ມປິດການເດີນທາງເຂົ້າ-ອອກແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme