Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນໄພສັງຄົມ! ຕົວະຂາຍຄອມທາງອອນລາຍເອົາເງິນໄປຫຼິ້ນເກມ ລ່າສຸດຕໍາຫຼວດຈັບໄດ້ແລ້ວ

Posted on 20/05/202020/05/2020 By News No Comments on ເຕືອນໄພສັງຄົມ! ຕົວະຂາຍຄອມທາງອອນລາຍເອົາເງິນໄປຫຼິ້ນເກມ ລ່າສຸດຕໍາຫຼວດຈັບໄດ້ແລ້ວ

ບັນຫາການຕົ້ມຕຸ້ນ ທາງອິນເຕີເນັດ ແມ່ນພົ້ນເດັ່ນ ແລະ ຍັງມີຫຼາຍຄົນ ທີ່ພົບບັນຫານີ້ ໂດຍສະເພາະ ການຊື້ສິນຄ້າອ່ອນລາຍ ກັບບຸກຄົນ ຫຼື ຮ້ານ ທີ່ບໍ່ມີສະຖານທີ່ ເປັນຕົວຕົນ ທີ່ເຫັນວ່າ ມີຄວາມສ່ຽງສູງ ໃນການຈະຖືກຕົ້ມ.

ຫຼ້າສຸດ, ຜູ່ເສຍຫາຍ ຊື່ ນາງ ອໍາມະລາລັກ ບູລົມມະວົງ, ໄດ້ໂພສລົງວັນທີ 19 ພຶດສະພາ 2020 ນີ້ວ່າ ໄດ້ປະສົບບັນຫາ ການສັ່ງຊື້ ຄອມພິວເຕີ ລາຄາຖືກ ກັບບຸກຄົນ ທີ່ ຊື່ ທ້າວ ບຸນໄຕ, ຜູ່ກ່ຽວໄດ້ມີການໂອນເງິນຄ່າມັດຈໍາ ແລະ ລໍ້ຖ້າຮັບສິນຄ້າ ແຕ່ກໍ່ບໍ່ໄດ້ ຈິ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ ເພື່ອສືບສວນ ແລະ ສາມາດ ຈັບຕົວຜູ່ກ່ຽວໄດ້.

ຈາກຂໍ້ມູນໃຫ້ຮູ້ວ່າ ຜູ່ກະທໍາຜິດ ແມ່ນຕິດການພະນັນ ແລະ ເກມອອນລາຍ, ຈິ່ງໄດ້ວາງອຸບາຍ ເປັນຜູ່ຂາຍຄອມພິວເຕີ ລາຄາຖືກ ແຕ່ຕ້ອງໄດ້ສັ່ງຈອງ ເພື່ອເອົາສິນຄ້າ ໂດຍມີການຕົວະໃຫ້ ຜູ່ຊື້ ວາງເງິນມັດຈໍາ. ຈາກການກວດສອບ ມີຜູ່ເສຍຫາຍ ຈໍານວນຫຼາຍ ລວມເປັນເງິນ ເກືອບ 100 ລ້ານກີບ ທີ່ຜູ່ກ່ຽວໄດ້ ວາງແຜນ ຕົວະຕົ້ມເອົາເງິນ.

ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ, ທ້າວບຸນໄຕ ແມ່ນນັກສຶກສາ ເປັນຄົນທ້ອງຖິ່ນ ຫຼວງພະບາງ ແຕ່ຍ້າຍມາຢູ່ ນະຄອນຫຼວງວຽງຈັນ. ສາເຫດ ທີ່ເຮັດໃຫ້ຜູ່ກ່ຽວຕົວະຕົ້ມນັ້ນ ຕົ້ນຕໍ່ ແມ່ນການຕິດການພະນັນ ແລະ ເກມອອນລາຍ.

ເຊິ່ງປະຈຸບັນ ຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນ ດໍາເນີນການຂອງເຈົ້າໜ້າທີ່.

ດັ່ງນັ້ນ, ຈິ່ງເຕືອນໄພ ໃຫ້ທຸກຄົນ ຈົ່ງມີສະຕິ ກ່ອນຈະຊື້ສິນຄ້າທາງອິນເຕີເນັດ, ຄວນເລືອກຊື້ ນໍາຮ້ານ ທີ່ໜ້າເຊື່ອຖືໄດ້ ແລະ ມີການຮັບປະກັນ. ຢ່າຫວັງຊື້ສິນຄ້າລາຄາຖືກເກີນຄວາມເປັນຈິງ ເພາະນັ້ນອາດເປັນອຸບາຍ ຂອງມິດສາຊີບ ທີ່ຈະເອົາເງິນຂອງທ່ານ.

Image may contain: one or more people and text
ຂໍ້ຄວາມຜູ່ເສຍຫາຍ
Image may contain: 1 person, sitting and shorts
ທ້າວບຸນໄຕ
Image may contain: 1 person, text
ຫຼັກຖານການໂອນເງິນ ສ່ວນໜື່ງ
Image may contain: 2 people, people standing
ຈັບມາດໍາເນີນຄະດີ
Image may contain: one or more people and people sitting
ຈັບມາດໍາເນີນຄະດີ

ເພີ່ມເຕີມ

ເພີ່ມເຕີມ

ຂ່າວສານບ້ານເມືອງ

Post navigation

Previous Post: ຮັບສ່ວນຫຼຸດ 5% ເປັນເວລາ 3 ເດືອນ ນໍ້າປະປາ ປະເພດຄົວເຮືອນ ນະຄອນຫຼວງວຽງຈັນ
Next Post: ປອມແປງເອກະສານທາງລັດຖະການ ຖືກຈັບມາດຳເນີນຄະດີ

Related Posts

ລາວຈະສ້າງສູນບໍລິຫານຖານຂໍ້ມູນແຮງງານແບບທັນສະໄໝ ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ ແລະ ການຄຸ້ມຄອງຕະຫລາດ ຂ່າວສານບ້ານເມືອງ
ປະເທດລາວເຮົາສົ່ງອອກໄຟຟ້າໄປຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6 ພັນກວ່າເມກາວັດ ຂ່າວສານບ້ານເມືອງ
ຄວາມງາມທໍາມະຊາດແຫຼ່ງທ່ອງທ່ຽວ ນ້ຳຕົກຕາດນ້ຳແຮງ ເມືອງຮຸນ ຂ່າວສານບ້ານເມືອງ
ສາວລາວຖືກແຟນເອົາໄປຖິ້ມຢູ່ວັດ ເກີດອາການປ່ວງ ແກ້ເຄື່ອງແລ່ນຕາມວັດ (ຍາດພີ່ນ້ອງໃຜ ໃຫ້ໄປຊ່ວຍເອົາລາວແດ່) ຂ່າວສານບ້ານເມືອງ
ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme