Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫວັນນະເຂດ ພົບມີກໍລະນີໄຂ້ເລືອດອອກແລ້ວ 85 ກໍລະນີ

Posted on 20/05/202020/05/2020 By News No Comments on ສະຫວັນນະເຂດ ພົບມີກໍລະນີໄຂ້ເລືອດອອກແລ້ວ 85 ກໍລະນີ

ໄປຄຽງຄູ່ກັບກັບການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ມາໃນປະຈຸບັນນີ້, ແຂວງ ສະຫວັນນະເຂດ ກໍ່ໄດ້ເອົາໃຈ ໃສ່ໃນການຕິດຕາມ ແລະເຝົ້າ ລະວັງການແຜ່ລະບາດຂອງ ພະຍາດໄຂ້ເລືອດອອກ ເນື່ອງ ຈາກຈະກ້າວ ເຂົ້າສູ່ລະດູຝົນ ເຊິ່ງເປັນຊ່ວງທີ່ມັກມີການລະ ບາດຂອງພະຍາດໄຂ້ເລືອດ ອອກເກີດຂຶ້ນ.

Image may contain: 1 person

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະ ສຸກແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບ ການເຈັບເປັນຍ້ອນພະຍາດ ໄຂ້ເລືອດອອກນັບແຕ່ເດືອນ ມັງກອນມາຮອດວັນທີ 19 ພຶດ ສະພາ 2020 ທົ່ວແຂວງສະ ຫວັນນະເຂດ ພົບກໍລະນີຕິດເຊື້ອໄຂ້ເລືອດອອດທັງໝົດ 85 ຄົນໃນ 48 ບ້ານ ໃນນີ້ ເມືອງທ່າປາງທອງພົບຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າໝູ່ມີເຖິງ 30 ຄົນ, ນະຄອນໄກສອນ ພົມວິຫານ 10 ຄົນ, ເມືອງອາດສະພອນ 8 ຄົນ, ເມືອງພີນ 6 ຄົນ, ເມືອງ ອຸທຸມພອນ 10 ຄົນ, ເມືອງ ສອງຄອນ 5 ຄົນ, ເມືອງຊົນນະບູລີ 3 ຄົນ, ໄຊບູລີ 4 ຄົນ, ໄຊ ພູທອງ 3 ຄົນ, ເມືອງຈຳພອນ 4 ຄົນ,ເມືອງພີນ 6 ຄົນ,ອາດສະພັງທອງ 1 ຄົນ ແລະເມືອງເຊໂປນອີກ 1 ຄົນ ເຊິ່ງມາໃນປະຈຸບັນ, ທາງພະ ແນກສາທາລະນະສຸກແຂວງ ກໍ່ໄດ້ເຮັດໜັງສືແຈ້ງການໄປ ຍັງບັນດາຫ້ອງການສາທາ ລະນະສຸກເມືອງຕ່າງໆ ພາຍ ໃນແຂວງ ເພື່ອໃຫ້ພ້ອມກັນ ເຝົ້າລະວັງ ແລະກຽມຕອບໂຕ້ ກັບພະຍາດດັ່ງກ່າວແຕ່ຫົວທີ ພ້ອມນີ້ກໍ່ຮຽກຮ້ອງມາຍັງທຸກ ພາກສ່ວນໃນສັງຄົມຈົ່ງເປັນ ເຈົ້າການ ແລະປະກອບສ່ວນ ໃນການທຳລາຍແຫຼ່ງເພາະ ພັນຂອງຍຸງລາຍໃນແຕ່ລະ ຄອບຄົວ ແລະສະຖານທີ່ສາ ທາລະນະລວມທັງສຳນັກງານ ອົງການພາກລັດ ແລະເອກະ ຊົນຕື່ມອີກ

ຂ່າວສານບ້ານເມືອງ

Post navigation

Previous Post: ອາຊຽນ-ອົດສະຕຣາລີ ສືບຕໍ່ປະຕິບັດແຜນງານຮ່ວມມືຂົງເຂດບູລິມະສິດ
Next Post: 12 ປະເທດ ທີ່ເຮັດການກວດຫາເຊື້ອ ໂຄວິດ-19 ຫຼາຍທີ່ສຸດ

Related Posts

ຂ່າວດ່ວນ! ຫ້ອງການເມືອງກາສີ ແຈ້ງຫ້າມ ບໍລິໂພກປາ ນໍ້າລີກ ເພາະນໍ້າເປັນພິດ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ຟອດຕຳລົດເຄນ ເ ສ ຍ ຊີ ວິ ດ ຄ າ ທີ່ຕິດພາຍໃນລົດ ຂ່າວສານບ້ານເມືອງ
ສະເທືອນຂວັນຍິງກັນທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ມາດຕະການ ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດມື້ນີ້ +5 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme