ໃນການຕິດຕາມສະຖານະການ ຂອງ ໂຄວິດ-19 ໃນທົ່ວໂລກ ຮອດເວລາ 11:30 ວັນທີ 20 ພຶດສະພາ 2020 ອີງຕາມຂໍ້ມູນຂອງ worldmeters.info ໃຫ້ຮູ້ວ່າ ປະຈຸບັນມີຜູ່ຕິດເຊື້ອທົ່ວໂລກ ແມ່ນ 4,988,994 ຄົນ ມີຜູ່ເສຍຊີວິດ 324,958 ຄົນ ແລະ ປົວຫາຍດີ 1,959,149 ຄົນ.

ພວກເຮົາຈະມາເບິ່ງວ່າບັນດາປະເທດຕ່າງໆ ໄດ້ມີການກວດຫາເຊື້ອຫຼາຍປານໃດ ເຊິ່ງ 12 ປະເທດ ທີ່ມີການກວດຫາເຊື້ອ ໂຄວິດ-19 ຫຼາຍກວ່າ 1 ລ້ານ ຕົວຢ່າງ ປະກອບມີ
- ອາເມລິກາ: 12,645,473
- ຣັດເຊຍ: 7,352,316
- ເຢຍລະມັນ: 3,147,771
- ອິຕາລີ: 3,104,524
- ສະເປນ: 3,037,840
- ອັງກິດ: 2,772,552
- ອິນເດຍ: 2,512,388
- ຕວັກກີ: 1,675,517
- ສະຫະລັດ ອາຣັບ ອາມິເລດ: 1,600,923
- ຝຣັ່ງ: 1,384,633
- ການາດາ: 1,339,971
- ອົດສະຕາລີ: 1,108,311

ສ່ວນ ສປປ ລາວຂອງພວກເຮົາ ຮອດ ວັນທີ 19 ພຶດສະພາ 2020 ກວດເຊື້ອໄປທັງໝົດ 4,653, ມີຜູ່ຕິດເຊື້ອສະສົມ 19 ຄົນ, ປົວດີ 14 ແລະ ກໍາລັງປິ່ນປົວ 5 ຄົນ.
ທີ່ມາ: worldmeters.info