Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາຊຽນ-ອົດສະຕຣາລີ ສືບຕໍ່ປະຕິບັດແຜນງານຮ່ວມມືຂົງເຂດບູລິມະສິດ

Posted on 20/05/202020/05/2020 By All in LAOS No Comments on ອາຊຽນ-ອົດສະຕຣາລີ ສືບຕໍ່ປະຕິບັດແຜນງານຮ່ວມມືຂົງເຂດບູລິມະສິດ

ຂປລ. ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 32 ແບບທາງໄກ ທີ່ກະຊວງການຕ່າງ ປະເທດ ນະຄອນຫລວງວຽງຈັນ, ໃນວັນທີ 18 ພຶດສະພາ 2020, ສອງຝ່າຍໄດ້ເປັນເອກະພາບກັນຕໍ່ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ໄລຍະ 2020-2024 ຊຶ່ງຈະສຸມໃສ່ບາງຂົງເຂດບູລິມະສິດຕື່ມ ເປັນຕົ້ນ ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງຄອມພິວເຕີ, ການເຊື່ອມຈອດອາຊຽນ, ສັນຍາການຮ່ວມມືເສດຖະກິດຮອບ ດ້ານລະດັບພາກພື້ນ ຫລື RCEP, ອຸດສາຫະກຳ 4.0, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສຶກສາ, ສາທາ, ການໄປມາຫາສູ່ລະ ຫວ່າງປະຊາຊົນກັບປະຊາຊົນ, ບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນຂອບແມ່ນ້ຳຂອງ ແລະ ອື່ນໆ.


ເຂົ້າຮ່ວມກອງປະຊຸມຄັ້ງນີ້, ໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມຄະນະ ຊຶ່ງພາຍໃຕ້ການເປັນປະທານຮ່ວມ ຂອງ ມາເລເຊຍ ແລະ ອົດສະຕຣາລີ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການກ່ຽວຂ້ອງຈຳນວນໜຶ່ງ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະຜ່ານມາ ໂດຍກວມ ລວມເອົາທັງສາມເສົາຄ້ຳການສ້າງປະຊາຄົມອາຊຽນ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະ ທຳ-ສັງຄົມ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການ ກໍຄືມາດຕະການ ແລະ ບົດຮຽນທີ່ດີຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19.


ພິເສດ, ກອງປະຊຸມຄັ້ງນີ້ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄື ໃນໂລກ ເປັນ ຕົ້ນແມ່ນການສືບຕໍ່ສົ່ງເສີມລະບົບການຄ້າຫລາຍຝ່າຍ, ໂຄງສ້າງພາກພື້ນ ທີ່ອາຊຽນເປັນຜູ້ນຳພາ, ເອກະສານແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ແລະ ບັນຫາອື່ນໆ.


ກອງປະຊຸມໄດ້ເຫັນດີ ຈັດກອງປະຊຸມທາງໄກ ໃນລະດັບລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕາລີ ວ່າດ້ວຍການຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 4 ມິຖຸນາ 2020 ແລະ ຍັງໄດ້ກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ອົດສະຕຣາລີ ທີ່ຈະມີຂຶ້ນໃນເດືອນສິງຫາ 2020 ນີ້ ທີ່ ສ.ສ. ຫວຽດນາມ ອີກດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຟສບຸກເປີດຕົວ ເຟສບຸກ ຊ໋ອບ ເພື່ອຊ່ວຍ ຊື້ ຂາຍ ສິນຄ້າໄດ້ ສະດວກສະບາຍ
Next Post: ສະຫວັນນະເຂດ ພົບມີກໍລະນີໄຂ້ເລືອດອອກແລ້ວ 85 ກໍລະນີ

Related Posts

5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19 ລວມ 577.900.000 ກີບ ຂ່າວສານບ້ານເມືອງ
ລົດໃຫຍ່ເສຍຫຼັກປີ້ນໜ້າສະລອຍນໍ້າໜອງບົວທອງເໜືອ ເຈັບໜັກ 1 ​ຄົນ (ມີຄລິບ) ຂ່າວສານບ້ານເມືອງ
ພາຍຸເຂົ້າບ້ານດະເຊັຍ ເມືອງເລົາງາມ ຕົ້ນໄມ້ຫັກທັບເຮືອນເສຍຫາຍໝົດຫຼັງ ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 15:00 ວັນທີ່ 9/2/2020 ຕິດເຊື້ອ 37253, ຫາຍດີ 2735, ຕາຍ 813 ຂ່າວສານບ້ານເມືອງ
ໃສ່ໃຈໄດ້ແຕ່ມອງ ໃສ່ມອງໄດ້ທັງປາ ຍອດວິວ ໃກ້ 10 ລ້ານວິວແລ້ວ ຂ່າວສານບ້ານເມືອງ
ຂົນມາເຕັມລົດ 4 ໂຕນກວ່າ ປກສ ແຂວງບໍ່ແກ້ວ ຈັ ບ ໄດ້ອີກແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme