Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັບເດດຂ່າວ ລົດປີ້ນ ທາງພູສະແກນ ກູ້ໄພເຂົ້າມາກວດສອບ ຄົນ 1 ຍັງມີຊີວິດ

Posted on 19/05/202019/05/2020 By All in LAOS No Comments on ອັບເດດຂ່າວ ລົດປີ້ນ ທາງພູສະແກນ ກູ້ໄພເຂົ້າມາກວດສອບ ຄົນ 1 ຍັງມີຊີວິດ

ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ ແລະ 1625 ຫຼວງພະບາງ ໃຫ້ຮູ້ວ່າເພີ່ມເຕີມວ່າ ເຫດລົດປີ້ນ ທີ່ທາງພູສະແກນ ເມືອງນານ ແຂວງຫຼວງພະບາງ ເວລາປະານ 17:30 ນາທີ່ ວັນທີ 19 ພຶດສະພາ 2020 ທີ່ປະຊາຊົນລາຍງານວ່າ ມີຄົນເສຍຊີວິດ 2 ຄົນເປັນເພດຊາຍ, ທາງກູ້ໄພ 1624 ໄຊຍະບູລີ ໄດ້ສົມທົບ ກັບ ໜ່ວຍກາແດງ 1625 ແຂວງຫຼວງພະບາງ ໄດ້ອອກໄປໃຫ້ການຊ່ວຍເຫຼືອ.

ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ

ທີ່ເກີດເຫດພົບເຫັນ ລົດຂົນສົ່ງປີ້ນເອງ ທາງພູສະແກນ ເປັນລົດຂົນສົ່ງຂະໜາດນ້ອຍຂົນໄມ້ແປຮູບ ປ້າຍທະບຽນ ອຸດົມໄຊ ກກ 1325. ອຸບັດຕິເຫດ ດັ່ງກ່າວ ເຮັດໃຫ້ມີຜູ່ເສຍຊີວິດ ຄາທີ 1 ຄົນ ເປັນເພດ ຊາຍ ແລະ ເຈັບສາຫັດ 1 ຄົນ ເປັນເພດ ຊາຍ. ເຊິ່ງປະຈຸບັນ ທາງກູ້ໄພ ໄດ້ນໍາສົ່ງໄປ ປິ່ນປົວ ທີ່ໂຮງໝໍແຂວງໄຊຍະບູລີ.

ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ
ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ

ຂໍໃຫ້ທຸກຄົນມີສະຕິລະວັງຕົວ ໃນການເດີນທາງຜ່ານເຂດດັ່ງກ່າວ ເພາະພູສະແກນ ມີຄວາມຄ້ອຍຊັນ ຕ້ອງລະມັດລະວັງທີ່ສຸດ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ລາຍງານໂດຍ: 1624 ໄຊຍະບູລີ

ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ
ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ
ລາຍງານຈາກ ກູ້ໄພ 1624 ໄຊຍະບູລີ

ຂ່າວລົດປີ້ນ ເສຍຊີວິດ 2 ຄົນທີ່ພູສະແກນ

ຄລິບຈາກທີ່ເກີດເຫດ

ຂ່າວສານບ້ານເມືອງ

Post navigation

Previous Post: ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ມີແຮງງານແລະນັກທ່ອງທ່ຽວຈີນ 300 ກວ່າຄົນ ຕົກຄ້າງ ໄດ້ຮັບການຈັດສົ່ງກັບຄືນປະເທດ
Next Post: ມັກລ້ຽງເຕົ່າ (ຊົມຄລິບໄດ້)

Related Posts

ໂຮງງານປຸງແຕ່ງໄມ້ເພັດດາວັນ ມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເມືອງບົວລະພາ  ຂ່າວສານບ້ານເມືອງ
ແຈ້ງເຕືອນສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລືອມ ແລະ ດິນເຈື່ອນ ໄລຍະວັນທີ 08-14 ສິງຫາ 2022 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 76ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເລື່ອງນໍ້າມັນ ປັບຂຶ້ນ ປັບລົງ ລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
ປະຕິບັດການ ຄົ້ນຫາ ເດັກນ້ອຍ ຈົມນ້ຳ ທີ່ບ້ານເວີນແຄນ ຂ່າວສານບ້ານເມືອງ
ອຸຕຸເຕືອນຮັບມືດີເປລຊັນຝົນທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme