Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໝາກອຶ ທີ່ເມືອງນາໝໍ້ 3267 ໂຕ່ນ ຕົກຄ້າງສົ່ງໄປຂາຍ ສປ.ຈີນ ບໍ່ທັນໄດ້

Posted on 19/05/202019/05/2020 By All in LAOS No Comments on ໝາກອຶ ທີ່ເມືອງນາໝໍ້ 3267 ໂຕ່ນ ຕົກຄ້າງສົ່ງໄປຂາຍ ສປ.ຈີນ ບໍ່ທັນໄດ້

ຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ຜູ້ປູກໝາກອື ສົ່ງອອກໄປຈີນ ຕົກຄ້າງ 3.267 ໂຕ່ນ ແລະ ເນົ່າເປືອຍເສຍຫາຍແລ້ວ 10% ທ່ານໃດມີເງື່ອນໄຂ ສາມາດໄປຊື້ໄດ້ເດີ

ຫລັງວັນທີ 17 ພຶດສະພາ 2020 ຜູ້ປະກອບການສາມາດເຂົ້າມາ ເກັບຊຶ້ຜົນຜະລິດພຶດລະດູແລ້ງນຳຊາວສວນໄດ້ແລ້ວ ໂດຍສະເພາະແມ່ນຫມາກພັກທອງ (ຫມາກອື) ທີປະຊາຊົນຢູ່ເມືອງນາໝໍ້, ແຂວງອຸດົມໄຊ ປູກເພື່ອສົ່ງອອກຂາຍໃຫ້ກັບພໍ່ຄ້າຊາວຈີນ ເຊີ່ງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນໄລຍະຜ່ານມາ

ມາຮອດປະຈຸບັນ ລັດຖະບານໄດ້ມີນະໂຍບາຍຜ່ອນຜັນຫລາຍດ້ານ ຈຶ່ງເຮັດໃຫ້ພໍ່ຄ້າຊາວຈີນສາມາດເຂົ້າມາເກັບຊື້ຜົນພະລິດຂອງປະຊາຊົນໄປຂາຍໄດ້ ປະຈຸບັນຢູ່ເມືອງນາຫມໍ້ ມີປະຊາຊົນປູກຫມາກຟັກທອງເອງ 2 ບ້ານຄື:

ບ້ານນາສະຫວ່າງ ມີ 90 ຄອບຄົວ, ບ້ານຂວາງ ມີ 150 ຄອບຄົວ, ເປັນຂອງນັກທຸລະກິດຊາວຈີນມີ 7 ຫົວຫນ່ວຍ ລວມທັງຫມົດ 13 ບ້ານ 700 ຄອບຄົວ ໃນເນື້ອທີ່ ເກັບກູ້ 111 ເຮັກຕາ ຄາດຄະເນຜົນຜະລິດທັງຫມົດ 5.860 ໂຕນ ແລະ ໄດ້ສົ່ງອອກໄປ ສປ ຈີນ ສອງຊຸດແລ້ວ ຈຳນວນ 2.593 ໂຕ່ນ ແລະ ຍັງຄ້າງ 3.267 ໂຕ່ນ ເຊິ່ງໄດ້ເນົ່າເປືອຍເສຍຫາຍ 10% ແລ້ວ.

ຂ່າວອຸດົມໄຊ

.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດ! ລົດຂົນສົ່ງນ້ອຍ ປີ້ນ ທີ່ທາງພູສະແກນ ເສຍຊີວິດຄາທີ່ 2 ຄົນ (ມີຄລິບ)
Next Post: ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ມີແຮງງານແລະນັກທ່ອງທ່ຽວຈີນ 300 ກວ່າຄົນ ຕົກຄ້າງ ໄດ້ຮັບການຈັດສົ່ງກັບຄືນປະເທດ

Related Posts

ມສ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ແລະ ຈັດພິທີປ່ອຍປາ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມ +64 ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ທາງ 13 ເໜືອເຂດເມືອງກາສີຫີນໃຫຍ່ເຈື່ອນຕັນທາງ ຂ່າວສານບ້ານເມືອງ
ພົບເຫັນແລ້ວ ກະບະ ກໍາແພງນະຄອນ ກຣ 7373 ຄົນຮ້າຍຫຼົບໜີພ້ອມເຄື່ອງຂອງມີຄ່າໃນລົດ ຂ່າວສານບ້ານເມືອງ
ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງ ສະໜາມບິນສາກົນ ບໍ່ແກ້ວຄືບໜ້າ 75% ຄາດເປີດໃຫ້ບໍລິການທ້າຍປີນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme