Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂໍຂອບໃຈ! ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ ລວມ 1.290 ໂຕນ ໃຫ້ ລັດຖະບານລາວ

Posted on 19/05/202019/05/2020 By All in LAOS No Comments on ຂໍຂອບໃຈ! ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ ລວມ 1.290 ໂຕນ ໃຫ້ ລັດຖະບານລາວ

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ ລວມ 1.290 ໂຕນ ໃຫ້ລັດຖະບານລາວ

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ.

ໃນວັນທີ 19 ພຶດສະພາ 2020 ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ.

ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.290 ໂຕນ ເຖິງ ສປປ ລາວ ແລ້ວ ແລະ ເຄື່ອງເຫຼົ່ານີ້ຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສຳລັບເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90.000 ຄົນ ໃນເຂດຊົນນະບົດຂອງ ສປປລາວ ເຊິ່ງຈະເລີ່ມຕົ້ນໃນສົກຮຽນໜ້າໃນເດືອນກັນຍາທີ່ຈະມາເຖິງນີ້.

ສຳລັບເດັກນ້ອຍເຫຼົ່ານີ້, ອາຫານທ່ຽງໃນໂຮງຮຽນແມ່ນອາຫານທີ່ມີຄຸນຄ່າທາງໂພຊະນາການພຽງຄາບດຽວທີ່ພວກເຂົາໄດ້ຮັບ ເນື່ອງຈາກການລະບາດຂອງໄວລັດ, ໃນໄລຍະ 7 ອາທິດທີ່ຜ່ານມາຂອງການປິດໂຮງຮຽນ, ເຮັດໃຫ້ພວກເຂົາບໍ່ໄດ້ຮັບອາຫານທ່ຽງ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ
Next Post: ສະຫຼົດ! ລົດຂົນສົ່ງນ້ອຍ ປີ້ນ ທີ່ທາງພູສະແກນ ເສຍຊີວິດຄາທີ່ 2 ຄົນ (ມີຄລິບ)

Related Posts

ຄະນະສະເພາະກິດ ສະເໜີ ໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ອານຸບານ ຊົ່ວຄາວ ເພື່ອ ປ້ອງກັນ COVID-19 ຂ່າວສານບ້ານເມືອງ
ຢືດ ຢ າ ເ ສ ບ ຕ ິດ ຈໍານວນ 11,920.000 ເມັດ ຢູ່ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ແຂວງຫົວພັນອອກແຈ້ງການດ່ວນ! ກ່ຽວກັບການສືບຕໍ່ເຄື່ອນໄຫວເຮັດວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ ຂ່າວສານບ້ານເມືອງ
ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອລົດຮັບສົ່ງຄົນເຈັບ ແລະ ເຄື່ອງຊ່ວຍເຫຼືອດ້ານການແພດ ຂ່າວສານບ້ານເມືອງ
ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຂ່າວສານບ້ານເມືອງ
ຫຼວງພະບາງແຈ້ງການເພີ່ມເຕີມການສືບຕໍ່ປະຕິດບັດເຂັ້ມງວດປ້ອງກັນໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme