Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ

Posted on 19/05/202019/05/2020 By News No Comments on ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ

ຄະນະສະເພາະກິດ ນະໂຍບາຍດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19.

Governments facing tough choices in COVID-19 crisis
ພາບປະກອບ

ແຈ້ງການໄດ້ລະບຸໄວ້ວ່າ: ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ຈະໄດ້ຮັບນະໂຍບາຍຈາກທະນາຄານ ຫຼື ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຕ້ອງປະຕິບັດ ດັ່ງນີ້:  ໃຫ້ຂຽນໜັງສືສະເໜີ ເຖິງ ທະນາຄານ ຫຼື ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ເປັນເຈົ້າໜີ້ຂອງຕົນ,  ປະກອບເອກະສານຢັ້ງຢືນຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ, ປະກອບເອກະສານອື່ນໆ ທີ່ກ່ຽວຂ້ອງ, ທະນາຄານ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບການສະເໜີຈາກລູກຄ້າຂອງຕົນ ຕ້ອງດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອໃດໜຶ່ງຕາມຄວາມເໝາະສົມ. ບັນດາທະນາຄານທຸລະກິດ ແລະ ສະຖານບັນການເງິນ ຕ້ອງກໍານົດນະໂຍບາຍຜ່ອນຜັນຂອງຕົນ ເພື່ອໃຫ້ທະນາຄານ ແຫ່ງ ສປປ ລາວ ຕິດຕາມກວດກາ ການຈັດຕັ້ງປະຕິບັດ.

ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ສໍາລັບນະໂຍບາຍລະອຽດຂອງ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານ ແຫ່ງ ສປປ ລາວ ໃຫ້ປະຕິບັດດັ່ງນີ້: ໃຫ້ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ ພິຈາລະນາໂຈະ ຫຼື ເລື່ອນການກໍານົດເວລາການຢຶດ ຫຼື ຂາຍທອດຊັບສິນຂອງລູກຄ້າ ຢ່າງໜ້ອຍໄປອີກ 2 ງວດ,  ຫຼຸດຜ່ອນ ຫຼື ຍົກເລີກຄ່າທໍານຽມ ແລະ ຄ່າປັບໃໝໃຫ້ແກ່ລູກຄ້າ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຕາມຄວາມເໝາະສົມ. ນອກຈາກນັ້ນ, ທະນາຄານ ແຫ່ງ ສປປ ລາວ ກໍ່ໄດ້ກໍານົດນະ ໂຍບາຍຕໍ່ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ເຂົ້າຮ່ວມໃນການປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກພະຍາດ COVID-19 ເປັນຕົ້ນການໄດ້ຮັບນະໂຍບາຍ ຍົກເວັ້ນການຈັດຊັ້ນໜີ້ ແລະ ການຫັກເງິນແຮຕາມລະບຽບການຂອງ ທະນາຄານແຫ່ງ ສປປ ລາວ ທີ່ໄດ້ກໍານົດອອກ, ການຫຼຸດຜ່ອນອັດຕາເງິນແຮ ພາກບັງຄັບ ສໍາລັບສະກຸນເງິນ ກີບ ຈາກ 5% ມາ ເປັນ 4%, ແລະ ສະກຸນເງິນຕາຕ່າງປະເທດ ຈາກ 10% ມາເປັນ 8%;  ປັບຫຼຸດອັດຕາດອກເບ້ຍພື້ນຖານ: ເງິນກູ້ບໍ່ເກີນ 7 ວັນ ຈາກ 4% ມາເປັນ 3% ຕໍ່ປີ, ໄລຍະ 7 ວັນ-14 ວັນ ຈາກ 5% ມາເປັນ 4% ຕໍ່ປີ ແລະ ເກີນ 14 ວັນ – 1ປີ ຈາກ 10% ມາເປັນ 9% ຕໍ່ປີ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງຮຽນແຫ່ງຕ່າງໆ ເອົາໃຈໃສ່ໃນການປ້ອງກັນ ໂຄວິດ-19 ພາຍໃນປະເທດ
Next Post: ຂໍຂອບໃຈ! ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ ລວມ 1.290 ໂຕນ ໃຫ້ ລັດຖະບານລາວ

Related Posts

ປກສ ເມືອງຈັນທະບູລີ ກັກໂຕຜູ້ຖືກຫາຄະດີ ລັ ກ ຊັ ບ ງັດຮ້ານຊຸບເປີ້ມາເກັດ ຂ່າວສານບ້ານເມືອງ
ສະຫວັນນະເຂດ! ປະຊາສໍາພັນເຖິງຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ
ເເຈ້ງການ! ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບທິດຊີ້ນຳ ການສະເຫລີມສະຫລອງບຸນ ປີໃຫມ່ລາວ ຂ່າວສານບ້ານເມືອງ
ຂ່າວດີເດີ້ເມືອງງອຍຫາຍດີ 67ຄົນ ຂ່າວສານບ້ານເມືອງ
ມອບ-ຮັບ ລັດຖະມົນຕີ ຖວທ ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ ຂ່າວສານບ້ານເມືອງ
ທະນາຄານກາງ ອອກຂໍ້ຕົກລົງ ກໍານົດອັດຕາແລກປ່ຽນຂອງທະນາຄານ ແລະຮ້ານແລກປ່ຽນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme