ກ່ອນອື່ນ ຕ້ອງສະແດງຄວາມຊົມເຊີຍ ມາຍັງ ອາສາກູ້ໄພ 1624 ໂດຍສະເພາະ ທີມດໍານໍ້າ ທີ່ໄດ້ສ່ຽງຊີວິດ ລົງໄປຄົ້ນຫາ ຜູ່ສູນຫາຍ ທີ່ປະສົບອຸບັດຕິເຫດ ຈົ່ມນໍາ ໃນວັນທີ 16 ພຶດສະພາ 2020 ທີ່ອ່າງນໍ້າງຶ່ມ ເຂດທ່ອງທ່ຽວ.
ມື້ນີ້ພວກເຮົາມາຮັບຟັງການສໍາພາດສົດ ຈາກ ນັກດໍານໍ້າ ອາສາກູ້ໄພ 1624 ເຖິງອຸປະສັກ ໃນການຄົ້ນຫາ ຜູ່ສູນຫາຍ ແລະ ນາທີ່ທີ່ພົບສົບເລິກຈາກໜ້ານໍ້າໄປປະມານ 50 ແມັດ.
ຄລິບສໍາພາດ
ເພື່ອຊ່ວຍຊຸກຍູ້ໃຫ້ວຽກງານກູ້ໄພ 1624 ທ່ານສາມາດ ບໍລິຈາກສິ່ງຂອງ ແລະ ປັດໃຈ ໂດຍໂທໄປທີ່ເບີ 1624 ເພື່ອເຮັດການບໍລິຈາກໄດ້.
ອີກເທື່ອໜື່ງຊົມເຊີຍ ອາສາກູ້ໄພທຸກໆທ່ານ.
ຂ່າວກ່ອນໜ້ານີ້
ລາຍງານຈາກ ສະມາຄົມອາສາກູ້ໄພ ນະຄອນຫຼວງເວລາປະມານ 14:00 ວັນທີ 18 ພຶດສະພາ 2020 ໃຫ້ຮູ້ວ່າ, ປະຈຸບັນ ໄດ້ພົບສົບຜູ່ເສຍຊີວິດ ຈົມນໍ້າ ທີ່ອ່າງນໍ້າງຶ່ມ ແລ້ວ, ພາຍຫຼັງການຄົ້ນຫາ ໝົດມື້ ວັນທີ 17 ພຶດສະພາ 2020 ແລະ ຕອນເຊົ້າວັນທີ 18 ພຶດສະພາ 2020.


ຜູ່ເສຍຊີວິດ ແມ່ນເພດຊາຍ, ຊາບຊື່ ທ້າວເພັດ ທີ່ໄດ້ ໄປທ່ຽວຫຼິ້ນ ເຂດອ່າງນໍ້າງຶ່ມ ບໍລິເວນ ແຫຼ່ງທ່ອງທ່ຽວ, ໄດ້ໂດດລົງຫຼິ້ນນໍ້າ ໂດຍບໍ່ມີເສື້ອຊູຊີບ ພ້ອມກັບເຄື່ອງນຸ່ງ ແລະ ເກີບ ແລ້ວ ຈົມຫາຍ ເວລາປະມານ 18:00 ວັນທີ 16 ພຶດສະພາ 2020.

ທາງອາສາກູ້ໄພ 1624 ແລະ 1625 ສົມທົບ ກັບເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ຍາດພີ່ນ້ອງຂອງຜູ່ສູນຫາຍ ໄດ້ລະດົມກັນຄົ້ນຫາ ເກືອບ ເປັນເວລາ 2 ມື້ ຈິ່ງສາມາດ ພົບເຫັນ.

ເປັນອຸທາຫອນແກ່ທຸກຄົນ ໃຫ້ລະມັດລະວັງ ເວລາ ໄປທ່ຽວແຫຼ່ງນໍ້າຕ່າງໆ.
ລາຍງານໂດຍ: 1624






---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------