Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພົບເຫັນແລ້ວ ຊາຍຈົມນໍ້າ ທີ່ອ່າງນໍ້າງຶ່ມ ວັນທີ 16 ພຶດສະພາ

Posted on 18/05/202018/05/2020 By All in LAOS No Comments on ພົບເຫັນແລ້ວ ຊາຍຈົມນໍ້າ ທີ່ອ່າງນໍ້າງຶ່ມ ວັນທີ 16 ພຶດສະພາ

ລາຍງານຈາກ ສະມາຄົມອາສາກູ້ໄພ ນະຄອນຫຼວງເວລາປະມານ 14:00 ວັນທີ 18 ພຶດສະພາ 2020 ໃຫ້ຮູ້ວ່າ, ປະຈຸບັນ ໄດ້ພົບສົບຜູ່ເສຍຊີວິດ ຈົມນໍ້າ ທີ່ອ່າງນໍ້າງຶ່ມ ແລ້ວ, ພາຍຫຼັງການຄົ້ນຫາ ໝົດມື້ ວັນທີ 17 ພຶດສະພາ 2020 ແລະ ຕອນເຊົ້າວັນທີ 18 ພຶດສະພາ 2020.

ພົບສົບແລ້ວ
ທີມດໍານໍ້າຄົນນຫາ 1624

ຜູ່ເສຍຊີວິດ ແມ່ນເພດຊາຍ, ຊາບຊື່ ທ້າວເພັດ ທີ່ໄດ້ ໄປທ່ຽວຫຼິ້ນ ເຂດອ່າງນໍ້າງຶ່ມ ບໍລິເວນ ແຫຼ່ງທ່ອງທ່ຽວ, ໄດ້ໂດດລົງຫຼິ້ນນໍ້າ ໂດຍບໍ່ມີເສື້ອຊູຊີບ ພ້ອມກັບເຄື່ອງນຸ່ງ ແລະ ເກີບ ແລ້ວ ຈົມຫາຍ ເວລາປະມານ 18:00 ວັນທີ 16 ພຶດສະພາ 2020.

ທາງອາສາກູ້ໄພ 1624 ແລະ 1625 ສົມທົບ ກັບເຈົ້າໜ້າທີ່ ກ່ຽວຂ້ອງ ແລະ ຍາດພີ່ນ້ອງຂອງຜູ່ສູນຫາຍ ໄດ້ລະດົມກັນຄົ້ນຫາ ເກືອບ ເປັນເວລາ 2 ມື້ ຈິ່ງສາມາດ ພົບເຫັນ.

ເປັນອຸທາຫອນແກ່ທຸກຄົນ ໃຫ້ລະມັດລະວັງ ເວລາ ໄປທ່ຽວແຫຼ່ງນໍ້າຕ່າງໆ.

ລາຍງານໂດຍ: 1624

ທີມດໍານໍ້າ 1624
ທີມດໍານໍ້າ 1624
ມດໍານໍ້າ 1624
ຜູ່ຊາຍທີ່ເສຍຊີວິດ ແລະ ແຟນຂອງລາວ
ເຮັດພິທີ ຂໍໃຫ້ເຫັນສົບ
ຜູ່ຈົມນໍ້າເສຍຊີວິດ
ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ໄຟໄໝ້ ຮ້ານຂາຍເຄື່ອງກໍ່ສ້າງ ທີ່ບ້ານໂພນຕ້ອງສະຫວາດ ເສຍຫາຍໜັກ (ຊົມຄລິບ)
Next Post: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ ໂຄວິດ-19

Related Posts

ອົງການລີອອດ ມອບການຊ່ວຍເຫຼືອ ແກ່ສູນກັ່ນກອງໂຄວິດ-19 ທີ່ຫຼວງພະບາງ ມູນຄ່າ 20 ລ້ານກີບ ຂ່າວສານບ້ານເມືອງ
ຂ່າວດ່ວນເດີ້ ແຈ້ງນໍ້າມັນຂຶ້ນທົ່ວປະເທດເລີ່ມ 10 ມີນານີ້ ຂ່າວສານບ້ານເມືອງ
ປກສ ເມືອງສີໂຄດ ຈັບຍິງອາຍຸ 39 ປີ ພ້ອມຂອງກາງ ຢາບ້າ 2000 ກວ່າເມັດ ຂ່າວສານບ້ານເມືອງ
ກວດເຊື້ອເພີ່ມ 33 ຄົນ ຜົນກວດເປັນລົບ ເປັນມື້ທີ່ 17 ຕິດຕໍ່ກັນແລ້ວ, ປົວດີອີກ 1 ຄົນ ຂ່າວສານບ້ານເມືອງ
ຜູ້ຂັບລົດຂົນສົ່ງໂດຍສານ ແລະ ສິນຄ້າຖ້າພົບມີທາດມຶນເມົາໃນລົມຫາຍໃຈຈະໃຫ້ຢຸດການຂັບຂີ່ ຂ່າວສານບ້ານເມືອງ
ລົດເສຍຫຼັກຕໍາເຂົ້າຮ້ານຂາຍໂທລະສັບ ທີ່ ບ້ານມ່ວງແກ້ວ ເມືອງຫ້ວຍຊາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme