Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂີ່ລົດໃຫຍ່ເລາະລັກເອົາລົດຈັກ ສາມສ່ຽວ ຖືກຈັບມາດໍາເນີນຄະດີ

Posted on 16/05/202016/05/2020 By All in LAOS No Comments on ຂີ່ລົດໃຫຍ່ເລາະລັກເອົາລົດຈັກ ສາມສ່ຽວ ຖືກຈັບມາດໍາເນີນຄະດີ

ປກສ ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ຕິດຕາມນໍາຈັບຕົວຜູ້ຖືກຫາ ໃນຄະດີລັກຊັບພົນລະເມືອງ ຢູ່ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ຈໍານວນ 3 ຄົນ ໂດຍໃຊ້ເວລາພາຍໃນ 10 ວັນ ໃນການຈັບຕົວພວກກ່ຽວ ເພື່ອມາດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ທ້າວສອນໄຊ ໃນວັນທີ 27 ເມສາ 2020 ວ່າ: ໃນຕອນເຊົ້າຂອງເວລາປະມານ 5:36 ໂມງ ວັນທີ 26 ເມສາ 2020 ໄດ້ມີຄົນຮ້າຍຈໍານວນ 2 ຄົນ ມາລັກເອົາລົດຈັກຂອງຕົນ ຍີ່ຫໍ້ຮອນດ້າ ຊູມເມີເອັກ (ZOOMER X) ສີສົ້ມ ໝາຍເລກທະບຽນ ດມ 2917 ກໍາແພງນະຄອນ ທີ່ຈອດໄວ້ຢູ່ໜ້າເຮືອນ ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ,

ດັ່ງນັ້ນ, ເຈົ້າໜ້າທີ່ ພວກເຮົາຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມເປົ້າໝາຍດັ່ງກ່າວ. ຕົກມາຮອດວັນທີ 05 ພຶດສະພາ 2020 ກໍ່ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນຄື: ທ້າວພົນສະຫວັດ( ຕູ່ ) ອາຍຸ 30 ປີ, ວ່າງງານ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ແລະ ທ້າວ ເພັດມະນີ ( ອ້ຽງ ) ອາຍຸ 28 ປີ ວ່າງງານ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ກັກຕົວໄດ້ຢູ່ຫ້ອງເຊົ່າເຂດບ້ານໜອງໄຮ ເມືອງໄຊເຊດຖາ ນວ, ສ່ວນທ້າວຄໍາພຽນ ( ເປົ້າ ) ອາຍຸ 27 ປີ ວ່າງງານ ຢູ່ບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ແມ່ນກັກຕົວໄດ້ຢູ່ເຂດບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມຂອງກາງລົດ ຈັກຍີ່ຫໍ້ຮອນດ້າເວບ 100 ບໍ່ມີໝາຍເລກທະບຽນມາດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ໃຫ້ຮັບສາລະພາບວ່າ: ໄດ້ນໍາໃຊ້ລົດກະບະອອກເຄື່ອນໄຫວ ລັກລົດຈັກມາແລ້ວ 2 ຄັ້ງຄື: ລັກລົດຈັກຍີ່ຫໍ້ ຮອນດ້າ ຊູມເມີເອັກ (ZOOMER X) ສີສົ້ມ, ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ໃນວັນທີ 26 ເມສາ 2020 ແລະ ລັກລົດຈັກ ຍີ່ຫໍ້ຮອນດ້າເວບ 100 ບໍ່ຈື່ປ້າຍໃນວັນທີ 04 ພຶດສະພາ 2020 ພາຍຫຼັງໄດ້ລົດຈັກ (ZOOMER X) ກໍພາກັນເອົາໄປຂາຍແລ້ວເອົາເງິນມາແບ່ງປັນກັນໃຊ້ຈ່າຍຈົນໝົດ; ຕົກມາຮອດວັນທີ 05 ພຶດສະພາ 2020 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມລົດຈັກເວບ 100 ຈຳນວນ 1 ຄັນ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ປັັດຈຸບັນຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ ສ່ວນຂອງກາງທີ່ຍັງເກັບກູ້ບໍ່ທັນໄດ້ ທາງເຈົ້າໜ້າທີ່ຈະເລັ່ງສືບສວນ-ສອບສວນ ແລະ ເກັບກູ້ຂອງກາງຄືນມາ ເພື່ອມອບໃຫ້ເຈົ້າຂອງເດີມ.

ຂ່າວສານບ້ານເມືອງ

Post navigation

Previous Post: ພິທີເຊັນສັນຍາການບໍລິການຮັບ-ສົ່ງສັນຍານ ໂທລະພາບຜ່ານດາວທຽມ ລະຫວ່າງກົມໃຫຍ່ການເມືອງກອງທັບ ແລະ ບໍລິສັດດາວທຽມລາວເອເຊຍປາຊີຟິກຈໍາກັດ
Next Post: ຂ່າວດ່ວນ! ຄູບາເສຍຊີວິດມີເງື່ອນງໍາ ເຈົ້າໜ້າທີ່ເລັ່ງກວດສອບຫາສາເຫດ

Related Posts

ກັກຕົວໄວລຸ້ນນຳຕົວໄປສຶກສາອົບຮົມ ແລະ ນຳໃຊ້ມາດຕະການ ຂ່າວສານບ້ານເມືອງ
ເຄີຍຕິດ ຄ ຸ ກ ມາເເລ້ວອອກມາຍັງເຮັດຄືເກົ່າໄດ້ເຂົ້າໄປອີກ ຂ່າວສານບ້ານເມືອງ
ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຂ່າວສານບ້ານເມືອງ
ເກີດອຸບັດຕິເຫດຮ້າຍແຮງ! ລົດຈັກຕໍາກັບຟໍຈູນເນີທີ່ທາງດ່ວນ ຂ່າວສານບ້ານເມືອງ
ຂ່າໂຄວິດມື້ນີ້ຕິດເຊື້ອບໍ່ນ້ອຍໜ້າມື້ວານເພີ່ມ 959ຄົນ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຍັງຜ່ານບໍ່ໄດ້ທາງ 13 ເໜືອ ເຂດກາສີທີ່ດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme