Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລີ່ມວັນທີ່ 18​ ພຶດສະພາ ອານຸຍາດ ໃຫ້ເດີນທາງ ພາຍໃນປະເທດ, ຮ້ານອາຫານ-ຮ້ານນວດ ສະປາ ເປີດໄດ້ ແຕ່ຕ້ອງມີມາດຕະການປ້ອງກັນ

Posted on 15/05/202015/05/2020 By All in LAOS No Comments on ເລີ່ມວັນທີ່ 18​ ພຶດສະພາ ອານຸຍາດ ໃຫ້ເດີນທາງ ພາຍໃນປະເທດ, ຮ້ານອາຫານ-ຮ້ານນວດ ສະປາ ເປີດໄດ້ ແຕ່ຕ້ອງມີມາດຕະການປ້ອງກັນ

ລາຍງານຈາກ ຄະນະສະເພາະກິດ ໃນເວລາ 14:40 ວັນທີ 15 ພຶດສະພາ 2020 ໃຫ້ຮູ້ວ່າ, ຄະນະສະເພາະກິດ ໄດ້ມີການສະເໜີ ໃຫ້ລັດຖະບານ ພິຈາລະນາ ແລະ ອານຸມັດ ມາດຕະການຜ່ອນຜັນ ເລີ່ມແຕ່ ວັນທີ 18 ພຶດສະພາ 2020 ເປັນຕົ້ນໄປແມ່ນມີດັ່ງນີ້

ມາດຕະກາດຜ່ອນຜັນເພີ່ມມີດັ່ງນີ້

  • ອານຸຍາດ ໃຫ້ປະຊາຊົນທຸກຄົນ ສາມາດ ເດີນທາງພາຍໃນປະເທດໄດ້ແລ້ວ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
  • ອານຸຍາດ ເປີດການບໍລິການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ໄດ້ແລ້ວ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
  • ອານຸຍາດ ໃຫ້ສາມາດຫຼິ້ນກິລາ ໄດ້ທຸກປະເພດ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
  • ອານຸຍາດ ໃຫ້ເປີດດໍາເນີນລະກິດຕ່າງໆ ໄດ້ແລ້ວ ເຊັ່ນ ຮ້ານອາຫານ, ຮ້ານນວດ-ສະປາ, ຮ້ານຂາຍເຄື່ອງ ແລະ ຮ້ານອື່ນໆ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
  • ອານຸຍາດ ໃຫ້ແຮງງານ ແລະ ນັກສຶກສາ ທີ່ຕ້ອງການເດີນທາງໄປເຮັດວຽກ ຫຼື ຮຽນ ຢູ່ຕ່າງປະເທດ, ແຕ່ຕ້ອງປະຕິບັດຕາມ ມາດຕະການຂອງປະເທດເຈົ້າພາບ
  • ອານຸຍາດໃຫ້ ເປີດຮຽນ ຊັ້ນ ປ5, ມ4, ມ7 ແລະ ໂຮງຮຽນ ຂອງ ປກຊ, ປກສ ໃນວັນທີ 18 ພຶດສະພາ 2020, ສ່ວນຊັ້ນຮຽນອື່ນໆ ແມ່ນ ໃຫ້ເປີດຮຽນ ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ

ມາດຕະການຫ້າມ ທີ່ຕ້ອງສືບຕໍ່ປະຕິບັດ

  • ຕະຫຼາດກາງຄືນ, ຮ້ານກິນດຶ່ມ, ຮ້ານບັນເທີງ, ຮ້ານເກມ, ຮ້ານຄາຣະໂອເກະ, ການຈັດກິລາທີ່ມີການຊຸມນຸມ, ງານບຸນ, ງານລ້ຽງ, ງານຕ່າງໆ ທີ່ມີຄົນຫຼາຍ ແລະ ສ່ຽງຕໍ່ການຕິດເຊື້ອ
  • ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ. ຫ້າມຄົນເດີນທາງເຂົ້າອອກ, ຍົກເວັ້ນ ລົດຂົນສົ່ງສິນຄ້າ
  • ໂຈະການອອກວີຊາ ໃຫ້ຄົນຕ່າງປະເທດ ທີ່ມາແຕ່ປະເທດ ທີ່ມີການລະບາດຂອງພະຍາດ, ຍົກເວັ້ນບາງກໍລະນີທີ່ຈໍາເປັນ ທີ່ຄະນະສະເພາະກິດ ອານຸຍາດ

ໝາຍເຫດ: ນີ້ແມ່ນ ມາດຕະການຜ່ອນຜັນ ຊົ່ວຄາວ, ຫາກແຂວງໃດ ມີຄົນຕິດເຊື້ອ ແຂວງນັ້ນ ຈະຕ້ອງໄດ້ປະຕິບັດ ມາດຕະການ ຄືນໃໝ່, ຫາກ ມີຄົນຕິດເຊື້ອຫຼາຍຄົນ ແລະ 2 ແຂວງຂຶ້ນໄປ ຈະໄດ້ຮຽກຄືນມາດຕະການເຂັ້ມງວດຕ່າງໆ ມານໍາໃຊ້ອີກຄັ້ງ.

ລາຍລະອຽດ ແຈ້ງການຂອງ ຫ້ອງການລັດຖະບານ ເລກທີ່ 580/ຫສນຍ ລົງວັນທີ 15 ພຶດສະພາ 2020

.

.

.

ກົດຊົມຄລິບ ຖະແຫຼງຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ການບິນລາວ ຈະເປີດສາຍພາຍໃນປະເທດ 22 ພຶດສະພາ ເປັນຕົ້ນໄປ
Next Post: ພິທີເຊັນສັນຍາການບໍລິການຮັບ-ສົ່ງສັນຍານ ໂທລະພາບຜ່ານດາວທຽມ ລະຫວ່າງກົມໃຫຍ່ການເມືອງກອງທັບ ແລະ ບໍລິສັດດາວທຽມລາວເອເຊຍປາຊີຟິກຈໍາກັດ

Related Posts

ສະຖິຕິໃໝ່! ລາວພົບຜູ້ຕິດເຊື້ອໃໝ່ 256 ຄົນ ຂ່າວສານບ້ານເມືອງ
ອອປສ-ປກສ ຮ່ວມລົງນາມ ໃນບົດບັນທຶກການກຳນົດກົນໄກປະສານງານ ຂ່າວສານບ້ານເມືອງ
ຫລວງນໍ້າທາ ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ ຂ່າວສານບ້ານເມືອງ
ລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ຂະນະທີ່ຄ່າໂດຍສານຍັງບໍ່ທັນກໍານົດອອກມາເທື່ອ ຂ່າວສານບ້ານເມືອງ
ໝູ່ບ້ານມົ້ງ ພັນຄອບຄົວແຫ່ງຊີຈຽງ ຂ່າວສານບ້ານເມືອງ
ປກສ ອຸດົມໄຊ ທໍາລາຍປ້າຍລົດ ບໍ່ຖືກກົດໝາຍ ຈໍານວນຫຼາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme