Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ

Posted on 15/05/202015/05/2020 By News No Comments on ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ

ພຽງເດືອນດຽວມີຜູ້ເສຍຊີວິດແລ້ວ 71 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ ທີ່ເກີດຂຶ້ນ 435 ຄັ້ງ ໃນທົ່ວປະເທດ, ຊຶ່ງນະຄອນຫລວງວຽງຈັນຍັງເປັນອັນດັບໜື່ງທີ່ເກີດອຸປະຕິເຫດຫຼາຍກວ່າແຂວງອື່ນໆ ໂດຍມີອຸປະຕິເຫດເກີດຂຶ້ນ 64 ຄັ້ງເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ.  

Image may contain: one or more people, night and outdoor

ພະແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້ລາຍງານໃນ ​ວັນ​ທີ 13 ພຶດ­ສະ­ພາ 2020 ວ່າ ສະເພາະເດືອນເມ­ສາ 2020 ທົ່ວ​ປະ­ເທດໄດ້ເກີດ​ມີ​ອຸ­ບັດ­ເຫດບົນທ້ອງຖະໜົນ 435 ຄັ້ງ ແລະ ໄດ້ເຮັດໃຫ້ມີ​ຄົນ​ເສຍ​ຊີ­ວິດທັງໝົດ 71 ຄົນ (​ຍິງ 8 ຄົນ), ​ໄດ້​ຮັບ​ບາດ ­ເຈັບ 557 ຄົນ (​ບາດ­ເຈັບ​ເລັກ​ໜ້ອຍ 243 ຄົນ, ສົມ­ຄວນ 227 ຄົນ ແລະ  ສາ­ຫັດ 87 ຄົນ). ນອກນັ້ນໄດ້ເຮັດ​ໃຫ້​ມີ​ພາ­ຫະ­ນະ​ເປ່​ເພທັງໝົດ 719 ຄັນ (​ເປ່​ເພ​ເລັກ​ນ້ອຍ 320 ຄັນ ສົມ­ຄວນ 376 ຄັນ ແລະ ໃຊ້​ການ​ບໍ່​ໄດ້ 23 ຄັນ).

Image may contain: one or more people

ທ່ານ ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ວັນທີ 14 ພຶດສະພາ 2020 ວ່າ: ເຖິງແມ່ນວ່າໃນເດືອນເມສາ ເປັນໄລຍະທີ່ມີມາດຕະການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ ແຕ່ທົ່ວປະເທດຍັງໄດ້ເກີດມີອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນເປັນຈໍານວນຫຼາຍ ຍ້ອນຍັງມີການສັງສັນກິນເຫຼົ້າ-ເບຍ ຊຶ່ງເປັນການລະເມີດຄໍາສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບມາດຕະການການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະ ຍາດໂຄວິດ-19, ຊຶ່ງການດື່ມຂອງມືນເມົານີ້ແມ່ນ​ສາ­ເຫດຫຼັກທີ່ກໍ່ໃຫ້​ການ​ເກີດ​ອຸ­ບັດ­ເຫດ ນອກນັ້ນຍັງເກີດຈາກການຂັບຂີ່​ໄວ​ເກີດ​ກຳ­ນົດ, ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ພາບປະກອບ: ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

ຂ່າວສານບ້ານເມືອງ

Post navigation

Previous Post: ເຟສບຸກ ເປີດນໍາໃຊ້ Messenger Room ແລ້ວ!
Next Post: ຄວາມຈິງແລ້ວ ຜູ່ໃຊ້ໄຟຟ້າ 150 ກິໂລວັດລົງມາ ຈ່າຍຄ່າໄຟຟ້າ ລຸດພຽງ 3-9 ເປີເຊັນ ຂອງການຄິດໄລ່ແບບເກົ່າ

Related Posts

ມື້ດຽວລັກລົດຈັກ 2 ຄັນ! ເຈົ້າໜ້າທີ່ຈັບມາລົງໂທດ ຂ່າວສານບ້ານເມືອງ
ກົມໃຫຍ່ພະລາທິການກອງທັບ ປິດຊຸດອົບຮົມ-ຫັດແອບ ໃຫ້ທະຫານໃໝ່  ຂ່າວສານບ້ານເມືອງ
ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ ຂ່າວສານບ້ານເມືອງ
ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາຜູ້ໃຫມ່ ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ສປປ ລາວ ມີຄວາມສ່ຽງສູງຈະເກີດການລະບາດພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ໜ່ວຍກູ້ຊີບອົງການກາແດງລາວໃນຈັດການເຝິກອົບຮົມ”ກູ້ຊີບ-ກູ້ໄພດ້ວຍເຊືອກສຸກເສີນ” ໃຫ້ແກ່ອາສາສະໝັກໜ່ວຍກູ້ຊີບອົງການກາແດງລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme