Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຟສບຸກ ເປີດນໍາໃຊ້ Messenger Room ແລ້ວ!

Posted on 14/05/202014/05/2020 By All in LAOS No Comments on ເຟສບຸກ ເປີດນໍາໃຊ້ Messenger Room ແລ້ວ!

ໃນວັນທີ 14 ພຶດສະພາ 2020 ນີ້, ມາກ ຊັກເກີເບີກ ເຈົ້າພໍ່ ເຟສບຸກ ໄດ້ປະກາດ ຜ່ານເພຈທາງການ ກັບເຄື່ອງມືໃໝ່ Messenger Room ທີ່ຈະເພີ່ມ ສະມັດຕະພາບ ຂອງການປະຊຸມສາຍ ແບບ ສຽງ ແລະ ວິດີໂອ ໃຫ້ໄດ້ ຫຼາຍໆຄົນພ້ອມກັນ. ເຊິ່ງແນ່ນອນ ການເປີດຕົວຄັ້ງນີ້ ກໍ່ຄົງເຮັດໃຫ້ ແອັບ Zoom ທີ່ກໍາລັງ ຮິດໃນຕອນນີ້ ອາດຈະສັ່ນໆໜາວໆ ເມື່ອເຟສບຸກ ທີ່ມີຜູ່ໃຊ້ ສອງຕື້ກວ່າບັນຊີ ເປີດ ການນໍາໃຊ້ Messenger Room ຄົງຈະເຮັດໃຫ້ ສາວົກ ຄົນໃຊ້ເຟສບຸກ ມີຄວາມສະດວກ ຂຶ້ນໃນການພົວພັນ ເລື່ອງສ່ວນຕົວ ແລະ ລວມໄປເຖິງ ການປະຊຸມທາງການຕ່າງໆ ທີ່ຈະເຮັດໃຫ້ການສື່ສານ ງ່າຍຂຶ້ນໄປອີກລະດັບ

ການປະກາດຂອງ ຊີອີໂອ ເຟສບຸກ ໃນວັນທີ 14 ພຶດສະພາ ແມ່ນບອກວ່າ ຜູ່ໃຊ້ເຟສບຸກ ທີ່ອາເມລິກາ ແລະ ການນາດາ ແມ່ນສາມາດໃຊ້ໄດ້ແລ້ວ. ສ່ວນປະເທດອື່ນໆ ໃນທົ່ວໂລກ ແມ່ນໃຫ້ຖ້າໃຊ້ ອາທິດໜ້າເດີ.

ຖືເປັນອີກ ການນໍາສະເໜີ ເຄື່ອງມືສື່ສານ ໂຊໂຊມີເດຍ ຂອງຍັກໃຫຍ່ເຟສບຸກ ທີ່ຈະເຮັດໃຫ້ ທຸກຄົນ ທີ່ລຶ້ງໃຊ້ Messenger ຢູ່ແລ້ວ ມີຄວາມສາມາດ ໃຊ້ໃນຫຼາຍວຽກງານ, ບໍ່ວ່າການລົມປະຊຸມສາຍສ່ວນຕົວ ແລະ ກັບຄົນຫຼາຍໆຄົນ.

ພິເສດ, ທາງ ມາກ ຍັງກ່າວວ່າ, ໃນບໍ່ດົນ ລະບົບນີ້ ຈະເຊື່ອມໂຍງຄົນໃຊ້ Instagam, Messenger, WhatsApp ແລະ FacebookD

ຄລິບຕົວຢ່າງ ຂອງ Facebook Messenger Room

ເລື່ອງເດັ່ນ

Post navigation

Previous Post: ຂ່າວດ່ວນ ໜັກແທ້ໆ! ຕໍາກັນ 4 ຄັນຊ້ອນ ເຂດບ້ານນາຊອນ ເມືອງປາກງື່ມ
Next Post: ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ

Related Posts

ມູນເຫດຂອງບຸນເດືອນເກົ້າຫໍ່ເຂົ້າປະດັບດິນ ເລື່ອງເດັ່ນ
ລັອດໃຫຍ່ໄປບໍ່ລອດຊົມເຊີຍເຈົ້າໜ້າທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ຂ່າວພົບຜູ້ຕິດເຊື້ອເພີ່ມໃໝ່ 414ຄົນ ເລື່ອງເດັ່ນ
ຂ່າວຕ່າງປະເທດ! ນໍ້າຖ້ວມກະທັນຫັນ ແລະ ຮຸນແຮງ ທີ່ມະຫານະຄອນ ນິວຢອກ, ສະຫະລັດອາເມຣິກາ ເລື່ອງເດັ່ນ
ພາຍຸດຽນມູອ່ອນກໍາລັງກາຍເປັນດີເປຊັນເລັ່ງເປົ້າໃສ່ພາກກາງພາກໃຕ້ ເລື່ອງເດັ່ນ
ກະຊວງສຶກສາແຈ້ງ! ເພີ່ມທະວີມາດຕະການປ້ອງກັນ ໂ ຄ ວິ ດ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme