Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປລາວ ອາດມີຄົນຫວ່າງງານ ຮອດ 25% ຫາກວິກິດ ໂຄວິດ-19 ແກ່ຍາວ

Posted on 14/05/202014/05/2020 By All in LAOS No Comments on ສປປລາວ ອາດມີຄົນຫວ່າງງານ ຮອດ 25% ຫາກວິກິດ ໂຄວິດ-19 ແກ່ຍາວ

ລັດຖະມົນຕີກະຊວງແຮງງານເຜີຍ ຖ້າການລະບາດຂອງພະຍາດໂຄວິດ-19 ແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25% ແລະ ສປປ ລາວ ສະເໜີອົງການແຮງງານສາກົນຊ່ວຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19.

ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີແຮງງານອາຊຽນ ກ່ຽວກັບການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ແຮງງານ ແລະ ການຈ້າງງານ ໃນວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference), ທ່ານ ປອ ຄຳແພງ ໄຊສົມແແພງ ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີວ່າ: ໃນເງື່ອນໄຂທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ຈະສິ້ນສຸດຍາມໃດ, ບັນດາປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງທີ່ຍັງຢູ່ ຫຼື ກັບຄືນປະເທດແລ້ວ ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ.

ພ້ອມກັນນັ້ນ, ສະເໜີອົງການແຮງງານສາກົນພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການ ແລະ ແຫຼ່ງທຶນເພື່ອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ.

ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ເຮັດໃຫ້ມີຜົນກະທົບທີ່ມີຕໍ່ ເສດຖະກິດ-ສັງຄົມ ພາຍໃນປະເທດກໍ່ມີຫຼາຍດ້ານ ເປັນຕົ້ນການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງທາງທຸລະກິດ ໂດຍເຮັດໃຫ້ແຮງງານຈຳນວນຫລາຍຕ້ອງໄດ້ພັກວຽກ, ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈຳເປັນໃນການຫຼຸດຜ່ອນການຜະລິດກໍ່ມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ ມີຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດຈ່າຍຄ່າແຮງງານ ໃຫ້ແຮງງານໄດ້ໃນເວລາທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະແມ່ນຂະແໜງບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ ທີ່ມີຜົນກະທົບຫຼາຍ, ສໍາລັບຂະແໜງອຸດສາຫະກໍາຈໍານວນໜຶ່ງຍັງສາມາດຮັກສາແຮງງານໄວ້ ໂດຍການຫຼຸດຄ່າແຮງງານ ທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ, ແຮງງານລາວຈຳນວນ ໜຶ່ງແສນກວ່າຄົນໄດ້ເດີນທາງກັບຈາກຕ່າງປະເທດ ຊຶ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່.

ບັນຫານີ້ເປັນພຽງຜົນກະທົບໃນໄລຍະເບື້ອງຕົ້ນເທົ່ານັ້ນ, ຖ້າຫາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງແກ່ຍາວໄປຕື່ມ ຈະມີສິ່ງທ້າທາຍອັນໃຫ່ຍຫຼວງໃຫ້ແກ່ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ຊຶ່ງຕາມການຄາດຄະເນໃນເບື້ອງຕົ້ນເຫັນວ່າ ຜົນກະທົບຂອງພະຍາດໂຄວິດ-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.

ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ

ຂ່າວສານບ້ານເມືອງ

Post navigation

Previous Post: ມື້ດຽວລັກລົດຈັກ 2 ຄັນ! ເຈົ້າໜ້າທີ່ຈັບມາລົງໂທດ
Next Post: ໄຟຟ້າລາວ ຄວນພິຈາລະນາ ຄ່າໄຟຟ້າໃໝ່ ເພາະ ນະໂຍບາຍບໍ່ສອດຄ່ອງກັບລາຍຮັບ ແລະ ຄວາມຈໍາເປັນ ທີ່ຕ້ອງໃຊ້ໄຟຟ້າ ຕົວຈິງ

Related Posts

ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ຂ່າວສານບ້ານເມືອງ
ປະຕິຮູບຍົກເຊັດ! ຈີນຫ້າມໂຮງຮຽນ ຈັດອັນດັບຄະແນນສອບເສັງ ຄຸມປະລິມານວຽກບ້ານ ປະເມີນຄູຈາກພັດທະນາການຂອງເດັກນັກຮຽນ ຂ່າວສານບ້ານເມືອງ
ປກສ ແຂວງວຽງຈັນ ຈັບຕົວຜູ້ຖືກຫາ ລັ ກ ຊັບພົນລະເມືອງ ພ້ອມ ຂ ອ ງ ກ າ ງ ລົດຮຸນໄດ 1 ຄັນ. ຂ່າວສານບ້ານເມືອງ
ແຂວງໄຊຍະບູລີ ທາບທາມບຸກຄະລາກອນ ຮອບທີ III ຂ່າວສານບ້ານເມືອງ
ຕ້ອງແກ້ໄຂຢ່າງເດັດຂາດຕໍ່ບັນຫາຫຼິ້ນເກມພະນັນອອນລາວຢູ່ຕາມຮ້ານອິນເຕີເນັດຄາເຟ່ ຂ່າວສານບ້ານເມືອງ
ຮອງສາດສະດາຈານ ດຣ ນາງ ຈັນທະລາວະດີ ຈຸລາມະນີມອບອຸປະກອນການແພດ, ແລະ ເຄື່ອງໃຊ້ຫ້ອງການລວມມູນຄ່າ 4.127.500 ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme