Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດ ສະມາຊິກ ອາຊຽນ ແລະ ຍີ່ປຸ່ນ

Posted on 14/05/2020 By News No Comments on ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດ ສະມາຊິກ ອາຊຽນ ແລະ ຍີ່ປຸ່ນ

ຕອນ​​ແລງວັນທີ 13 ພຶດສະພາ 2020 ຢູ່ທີ່ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ມີ​ພິທີ ມອບ-​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ ດ້ານ ການແພດ ຈາກສະພາ​ແຫ່ງ​ຊາດຫວຽດນາມໃຫ້ແກ່ ສປປ ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ ​ແລະ ຍີ່ປຸ່ນ ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ​​ເປັນຜ້າ​ອັດ​ປາກດ້ານກາ​ນ​ແພດ. ​ເພື່ອປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19),  ກ່າວມອບໂດຍແມ່ນ ສະຫາຍ  ຫງວຽນ​ແຫ້ງ​ຟຸກ ກຳມະການ​ສູນ​ກາງ​ພັກ ຫົວໜ້າ​ຫ້ອງວ່າການສະພາ​ແຫ່ງ​ຊາດ​ຫວຽດນາມ, ​ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ມີ​ຄຳ​ເຫັນ​ກ່າວ​ຮັບ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ກະທົບ​ອັນ​ຮ້າຍ​ແຮງ​ຂອງພະຍາດອັກເສບປອດສາຍພັນໃຫມ່ (COVID-19) ທີ່​ກຳລັງ​​ແຜ່​ລະບາດ​​ເປັນ​ວົງ​ກວ້າ​ງ​ໃນ​ທົ່ວ​ໂລກ​​, ພ້ອມ​ດຽວ​ກັນ​ນັ້ນ​ຍັງໄດ້ຕີ​ລາຄາ​ສູງຕໍ່ຜົນສຳ​ເລັດ​ອັນ​​ໃຫຍ່ຫຼວງ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມຍາດມາ​ໄດ້​​ໃນ​ການ​ສະກັດ​ກັ້ນ, ຢັບຢັ້ງ, ຈຳກັດ​ພະຍາດ​ທີ່​ຮ້າຍ​ແຮງ​ດັ່ງກ່າວ, ​  ຊຶ່ງຫວຽດນາມ​ໄດ້ກາຍ​ເປັນ​ແວ່ນ​ແຍງ ​ແລະ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ຈາກ​ບັນດາປະ​​ເທດ​ໃນ​ໂລກ.

​​ເຖິງ​ແມ່ນ​ວ່າ​ຫວຽດນາມ​ຍັງ​ປະສົບ​ກັບ​ຄວາມ​ຍຸ້ງ​ຍາກ ​ແລະ​ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​​ພະຍາດອັກເສບປອດ ສາຍພັນໃຫມ່(COVID-19)ກໍ່ຕາມ ​ແຕ່ຫວຽດນາມ​ຍັງ​ໄດ້​ບິ​ແບ່ງຊ່ວຍເຫຼືອ ​ທັງ​ວັດຖຸ​ອຸປະກອນການ​ແພດ ​ແລະ ບົດຮຽນ​, ​​ໃນການ​ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19)ໃຫ້​ບັນດາ​ປະ​ເທດຊຶ່ງ​ໃນ​ນັ້ນ​ມີ ສປປ ລາວ ຂອງ​ພວກ​ເຮົາ.

ໃນ​ໂອກາດ​ນີ້, ສະຫາຍ ​ແສງ​ເພັດ  ຮຸ່ງ​ບຸນ​ຍວງ ​ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈ ​ ມາຍັງສະພາ​ແຫ່ງ​ຊາດ​ຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ​ໃນ​ການ​ຊ່ວຍ​ເຫຼຶອອຸປະກອນ​ການ​ແພດ​ໃນ​ຄັ້ງ​ນີ້ ​ແລະ ​ໄດ້​ຢືນຢັນ​ວ່າອຸປະກອນການແພດທີ່ໄດ້ຮັບການຊ່ວຍ ເຫຼືອຄັ້ງນີ້ຈະຖຶກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19 ຢູ່​ແຕ່ລະ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້​ມີ​ປະສິດທິ​ຜົນ​ສູງ, ​ພ້ອມດຽວ​ກັນ​ນີ້​ເຊື່ອໝັ້ນ​ວ່າ​ພາຍ​​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ ​ແລະ ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ພັກ, ລັດ ​ແລະ ປະຊາຊົນຫວຽດນາມ ຈະຟື້ນ​ຟູ​​ເສດຖະກິດ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ​ ​ແລະ ​ສືບ​ຕໍ່ຍາດ​ໄດ້ຜົນ​ສຳ​ເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາແລະສ້າງສາປະ​ເທດ​ຊາດ​.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸການນໍາໃຊ້
Next Post: ສະໝັກດ່ວນ! ທຶນການສຶກສາ ຈາກມູນິທິ Mitsubishi UFJ

Related Posts

ກັກຕົວກຸ່ມມົ້ວຢາເສບຕິດ 6 ຄົນ ສົ່ງໃຫ້ຫ້ອງຕຳຫຼວດ ປກສ ນວ ສືບຕໍ່ຂະຫຍາຍຜົນ ຂ່າວສານບ້ານເມືອງ
ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຂ່າວດີ ລາວພົບຜູ້ຕິດເຊື້ອໃໝ່ +1ຄົນເປັນກໍລະນີນໍາເຂົ້າ ຂ່າວສານບ້ານເມືອງ
ຂ່າວດ່ວນ ປັບລາຄານໍ້າມັນເຊື້ອໄຟ 15.9.2022 ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຈະປາບປາມ ພວກສວຍໂອກາດໄປຊື້ປີ້ລົດໄຟມາຂາຍເກງກໍາໄລ ຂ່າວສານບ້ານເມືອງ
ການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ (ມູນຄ່າ 90-100 ລ້ານໂດລາສະຫະລັດ/ປີ) ເປັນອັນດັບ 1 ຂອງຕ່າງປະເທດຊ່ວຍເຫຼືອລ້າແກ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme