Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼາຍພາກສ່ວນເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

Posted on 13/05/202013/05/2020 By All in LAOS No Comments on ຫຼາຍພາກສ່ວນເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ວັນທີ 13 ພຶດສະພາ 2020 ນີ້, ຄະນະບໍລິຫານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນການແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທືນ, ຄອບຄົວການນຳທຸກຂັ້ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ຮ່ວມໂມທະນາທານນໍາຄອບຄົວຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ພະນັກງານປະຕິວັດອາວຸໂສ, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ,

ເພື່ອຈາລຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ໄດ້ອຸທິດຊີວິດເຫື່ອແຮງສະຕິປັນຍາແກ່ປະເທດຊາດ ແລະ ການປະຕິວັດ. ເຊິ່ງເປັນຜູ້ນຳຜູ້ຫນຶ່ງທີ່ອົງອາດກ້າແກ່ນ,ມີນ້ຳໃຈເສຍສະຫຼະອັນສູງສົ່ງໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ.

ສະນັ້ນ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວ ສ້າງຊາດ ໄດ້ຕົກລົງໄຫວ້ອາໄລລະດັບຊາດຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16.

ປັດຈຸບັນ ສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ. ສ່ວນວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2010 ເວລາ 13:00ໂມງ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ.

.

.

.

ເລື່ອງເດັ່ນ

Post navigation

Previous Post: ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
Next Post: ອຸດສາຫະກໍາ ແລະ ການຄ້າ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸການນໍາໃຊ້

Related Posts

ແຈ້ງການໃຫ້ເປີດຄືນ! ຊຸບເປີມາເກັດ ມິນິມາດ ຕະຫຼາດ ຮ້ານຂາຍເຄື່ອງຍ່ອຍ ເລື່ອງເດັ່ນ
ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 23ກັນຍາ2021 ເລື່ອງເດັ່ນ
ລັດຖະບານຈີນປະກາດຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ ໃຫ້ ສປປ ລາວ ອີກ 500.000 ຫຼອດ ເລື່ອງເດັ່ນ
ວັນວິສາຂະບູຊາ ວັນສໍາຄັນຂອງ ພຸດທະສາສະໜາ ເລື່ອງເດັ່ນ
ອຸຕຸເຕືອນຮັບມືດີເປລຊັນຝົນທົ່ວປະເທດ ຂ່າວສານບ້ານເມືອງ
ງົດງາມດວງດອກຄູນ ຕ້ອນຮັບປີໃໝ່ລາວ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme