Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນະຄອນຫຼວງວຽງຈັນ ຈັບກຸ່ມແກ້ງກວນເມືອງ 153 ຄົນ ມາສຶກສາອົບຮົມ

Posted on 13/05/202013/05/2020 By All in LAOS No Comments on ປກສ ນະຄອນຫຼວງວຽງຈັນ ຈັບກຸ່ມແກ້ງກວນເມືອງ 153 ຄົນ ມາສຶກສາອົບຮົມ

ນະຄອນຫຼວງວຽງຈັນ: ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວກຸ່ມແກ້ງກວນເມືອງ 100 ກວ່າຄົນທີ່ລວມຕົວກັນ ເພື່ອແລກສະຕິກເກີ້ ( ສັນຍາລັກຂອງກຸ່ມ ), ຢູ່ຖະໜົນລ້ານຊ້າງ ເຂດຕະຫຼາດເຊົ້າ ແລະ ເສັ້ນທາງຕັດໃໝ່ ບຶງທາດຫຼວງ ໃນວັນທີ 09 ພຶດສະພາ ທີ່ຜ່ານມາ, ມາສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ.

ໃນວັນທີ 12 ພຶດສະພາ 2020 ພັທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ໃນເວລາ 02:00 ໂມງ ຂອງວັນທີ 09 ພຶດສະພາ 2020 ມີກຸ່ມໄວລຸ້ນລວມຕົວກັນແຂ່ງລົດສົ່ງສຽງດັງເນືອງນັນ ຢູ່ຖະໜົນລ້ານຊ້າງ ເຂດຕະຫຼາດເຊົ້າ.

ຈາກນັ້ນ, ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ນໍາກໍາລັງວິຊາສະເພາະສົມທົບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂສາມາດຄວບຄຸມຕົວກຸ່ມໄວລຸ້ນໄດ້ຈໍານວນ 38 ຄົນ, ຍິງ 3 ຄົນ ແລະ ຢຶດລົດຈັກດັດແປງສະພາບ 19 ຄັນ, ລົດໃຫຍ່ 1 ຄັນ ແລະ ໃນເວລາ 12:00 ໂມງ ຂອງວັນດຽວກັນ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສົມທົບກັບກໍາລັງທະຫານ ນວ ລົງສະກັດກັ້ນ ແລະ ແກ້ໄຂກຸ່ມໄວລຸ້ນທີ່ລວມຕົວກັນເປັນຈໍານວນທັງໝົດ 115 ຄົນ, ຍິງ 51 ຄົນ ຢູ່ບຶງທາດຫຼວງ ເມືອງໄຊເສດຖາ ນວ ເພື່ອແລກປ່ຽນສະຕິກເກີ້ ທີ່ເປັນສັນຍາລັກຂອງກຸ່ມແກ້ງ; ເຊິ່ງແຕ່ລະຄົນອາຍຸແມ່ນຍັງບໍ່ເຖິງ 18 ປີ, ພ້ອມທັງຢຶດລົກຈັກໄດ້ 65 ຄັນ.

ສໍາລັບກຸ່ມແກ້ງກວນເມືອງ ແລະ ກຸ່ມໄວລຸ້ນ ຈໍານວນ 153 ຄົນ, ຍິງ 54 ຄົນ ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ. ສ່ວນລົດຈັກທີ່ຢຶດມາໄດ້ ເຈົ້າໜ້າທີ່ ແມ່ນໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ກວດກາລະອຽດ ເພາະລົດຈໍານວນດັ່ງກ່າວມີການດັດແປງສະພາບເຕັກນິກ, ຈໍານວນໜື່ງບໍ່ມີເອກະສານ ແລະ ຈະໄດ້ປະຕິບັດຕາມດໍາລັດ 188/ ນຍ ຢ່າງເຂັ້ມງວດ.

ທ່ານຫົວໜ້າກອງພັນປ້ອງກັນເຄື່ອນ ປກສ ນວ ຍັງໄດ້ຮຽກຮ້ອງໃຫ້ພໍ່-ແມ່ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ດີ, ບໍ່ປະປ່ອຍໃຫ້ເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງ ໂດຍສະເພາະເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ ຫຼື ພົວພັນກັບສິ່ງເສບຕິດ; ຊຶ່ງເປັນການສ້າງຄວາມເດືອນຮ້ອນໃຫ້ຄົນອື່ນໃນສັງຄົມ ກໍຄືການທໍາລາຍອານາຄົດຂອງຊາດ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ນະຄອນຫລວງວຽງຈັນ ມີແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ.
Next Post: ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

Related Posts

ສະເທືອນຂວັນຍິງກັນທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ແຂວງອຸດົມໄຊ ທຳລາຍສວນ ຝິ່ ນ 31 ກວ່າເຮັກຕາ ຂ່າວສານບ້ານເມືອງ
ພາກສ່ວນຕ່າງໆ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ ຂ່າວສານບ້ານເມືອງ
ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ! ຂ່າວສານບ້ານເມືອງ
ພົບສົບຍິງສາວໄຫຼນໍ້າຂອງຄ້າງທີ່ທ່າບ້ານສາຍລົມ ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ທະຫານແຂວງເຜີຍແຜ່ແຜນການຄວາມພ້ອມປ້ອງກັນ ຄວບຄຸມ ແລະ ແກ້ໄຂ ໄພພິບັດທາງທຳມະຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme