Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນະຄອນຫລວງວຽງຈັນ ມີແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ.

Posted on 13/05/202013/05/2020 By News No Comments on ນະຄອນຫລວງວຽງຈັນ ມີແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ.

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ຢູ່ນະຄອນຫລວງວຽງຈັນມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ, ໃນນັ້ນສ່ວນຫລາຍແມ່ນໄປອອກແຮງງານຢູ່ຕ່າງປະເທດດ້ວຍຕົນເອງ ໂດຍບໍ່ຜ່ານຈຸດບໍລິການຈັດຫາງານຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແລະ ບໍລິສັດຈັດຫາງານອື່ນໆ.

ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 12 ພຶດສະ ພາ 2020 ນີ້ວ່າ: ຈຳນວນແຮງງານດັ່ງກ່າວ ທີ່ກັບມານັ້ນ ຄະນະຮັບຜິດຊອບໄດ້ນຳໄປເຂົ້າສູນກັກກັນ 14 ວັນ, ພ້ອມທັງມີການສຳສາອົບຮົມແນວຄິດແກ່ບັນດາແຮງງານ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບການອອກແຮງງານຢູ່ພາຍໃນປະເທດເຮົາ, ຖ້າໃຜດຸໝັ່ນອອກແຮງງານກໍໄດ້ຮັບຄ່າແຮງງານສູງເຊັ່ນກັນ, ໃຫ້ຮັບຮູ້ເຖິງຄວາມຕ້ອງການດ້ານແຮງງານຢູ່ປະເທດເຮົາ ເຊິ່ງມີຫລາຍຫົວໜ່ວຍແຮງງານທີ່ມີຄວາມຕ້ອງການແຮງງານ, ຫລາຍຫົວໜ່ວຍກໍມີຄວາມສາມາດໃນການສ້າງກຳລັງແຮງງານ, ສ້າງອາຊີບໃຫ້ ດ້ວຍການຈັດຝຶກອົບຮົມໃນສາຂາອາຊີບໃດໜຶ່ງທີ່ບັນດາຫົວໜ່ວຍແຮງງານ ເຂົາເຈົ້າມີຄວາມຕ້ອງການ, ມີສະຖານທີ່ພັກເຊົາ, ມີສະຫວັດດີການສັງຄົມໃຫ້ແກ່ແຮງງານ ແລະ ປະຕິບັດນະໂຍບາຍໃຫ້ຕາມກົດໝາຍແຮງງານ ແລະ ກົດໝາຍການປະກັນສັງຄົມ.

ພ້ອມນີ້, ຍັງໄດ້ແນະນຳໃຫ້ເຂົາເຈົ້າ ຖ້າຕ້ອງການຢາກສືບຕໍ່ໄປອອກແຮງງານຢູ່ຕ່າງປະເທດ ແມ່ນໃຫ້ເຂົ້າສູ່ລະບົບແຮງງານຂອງພວກເຮົາ ໂດຍສະເພາະແມ່ນສະເໜີຜ່ານຈຸດບໍລິການຈັດຫາງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ຫລື ສະເໜີຜ່ານບໍລິສັດຈັດຫາງານ, ເຊິ່ງບໍລິສັດຈັດຫາງານແມ່ນຈະຊ່ວຍໃນການຝຶກອົບຮົມວິຊາຊີບ ແລະ ຈັດສົ່ງແຮງງານ ໂດຍມີສັນຍາແຮງງານ ເພື່ອສະດວກໃນການເຄື່ອນໄຫວຢູ່ປະເທດໃກ້ຄຽງຢ່າງຖືກຕ້ອງ,ຫລີກລຽງຈາກການຖືກເອົາລັດເອົາປຽບ, ຕົວະຍົວະຫລອກລວງ, ຖ້າມີບັນຫາໃດໆ ລັດຖະບານເຮົາກໍຈະສາມາດຊ່ວຍເຫລືອແຮງງານນັ້ນໄດ້ຢ່າງທັນການ, ລວມເຖິງການປະຕິບັດນະໂຍບາຍຕ່າງໆນຳອີກ.

ທ່ານ ລຳພອຍ ສີອັກຄະຈັນ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາພວກເຮົາແມ່ນບໍ່ສາມາດເກັບກຳໄດ້ວ່າແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດດ້ວຍຕົນເອງ ໂດຍບໍ່ຜ່ານສູນຈັດຫາງານ ແລະ ບໍລິສັດຈັດຫາງານ ວ່າມີຈຳນວນໜ້ອຍຫລາຍປານໃດ ເມື່ອເກີດມີການລະບາດຂອງພະຍາດໂຄວິດ-19 ນີ້ຈຶ່ງຮູ້ວ່າມີແຮງງານລາວເປັນຈຳນວນຫລວງຫລາຍທີ່ໄປອອກແຮງງານດ້ວຍຕົນເອງ.

(ຂ່າວສານຮສສ: ເພັດສະໄໝ)

ຂ່າວສານບ້ານເມືອງ

Post navigation

Previous Post: ຄົນເຈັບກໍລະນີ14 ອອກໂຮງໝໍແລ້ວ ຍັງເຫລືອຄົນເຈັບປິ່ນປົວຢູ່ໂຮງໝໍ5ຄົນ
Next Post: ປກສ ນະຄອນຫຼວງວຽງຈັນ ຈັບກຸ່ມແກ້ງກວນເມືອງ 153 ຄົນ ມາສຶກສາອົບຮົມ

Related Posts

ສ້າງຄວາມສະເທືອນໃຈໃຫ້ຄົນແຂວງວຽງຈັນອີກແລ້ວໂຄວິດ ຂ່າວສານບ້ານເມືອງ
ມາອີກແລ້ວ! ຈົດກາຍໄປ 840 ກວ່າກິໂລວັດໂມງ ຢູ່ບ້ານຫຼັກສອງ ເມືອງສາລະວັນ ຂ່າວສານບ້ານເມືອງ
ເກັບລາຍຮັບໄດ້ເກີນແຜນການປີ 14%ຂະແໜງຄຸ້ມຄອງຊັບສິນຂອງລັດ ຂ່າວສານບ້ານເມືອງ
ບໍ່ແກ້ວເຂັ້ມງວດ ກວດກາເຕັກນິກລົດຈັກດັດແປງສະພາບ ຂ່າວສານບ້ານເມືອງ
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ຊີ້ນໍາວຽກງານຕ້ານ ຢູ່ເມືອງປາກງື່ມ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທາງພາກເໜືອຂອງປະເທດລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme