ຄລິບນີ້ຄົງຈະເຮັດໃຫ້ຄົນທີ່ຮັກໝາ ຢາກຈະສ້າງເຮືອນແບບນີ້ ໃຫ້ໝາຂອງຕົນແນ່ນອນ, ຊາຍຄົນນີ້ມີແນວຄິດຮັກທໍາມະຊາດ ແລະ ປະດິດຄິດປັ້ນ. ລາວໄດ້ ໃຊ້ສອງມື ກັບເຄື່ອງມືທີ່ຫາໄດ້ຈາກ ທໍາມະຊາດ ມາສ້າງເຮືອນ ໃຫ້ໝານ້ອຍຂອງລາວໄດ້ຢູ່. ບໍ່ແມ່ນເຮືອນທໍາມະດາ ແຕ່ຍັງມີການ ຕົບແຕ່ງ ໃຫ້ມີບັນຍາກາດ ທີ່ເຕັມໄປດ້ວຍທໍາມະຊາດ ທີ່ບອກໄດ້ວ່າ ທຸກຄົນຕ້ອງຊົມ

ເຮືອນດັ່ງກ່າວ ແມ່ນເຮັດດ້ວຍ ດິນດາກ, ມີການສ້າງທີ່ແໜ້ນໜາ,ພ້ອມນີ້ ຍັງມີອ່າງນໍ້າ, ນໍ້າຕົກ, ມີໜອງປາ ພ້ອມກັບ ແບບຈໍາລອງ ຂອງຄົນຕໍາເຂົ້າ, ກົງພັດນໍ້າ, ຄົນຫາປາ. ເຫັນແລ້ວ ແສນຈະມີຄວາມສຸກແທ້ທ.

.

ເຊີນຊົມຄລິບໄດ້

ເປັນຈັ່ງໃດເບິ່ງຈົບແລ້ວ, ຮີບຟ້າວໄປເຮັດເຮືອນໃຫ້ໝາທ່ານເດີ. ຢ່າລືມແຊ ໃຫ້ເພື່ອນໆ ຂອງທ່ານຊົມນໍາແດ່.