Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜ້າສົງສານ ຊາຍອາຍຸ 52 ປີ ເສຍຊິວິດ ຄາກອງເພີງ ໄຟໄໝ້ເຮືອນ ທີ່ບ້ານນາງ່າ ເມືອງນາຊາຍທອງ

Posted on 13/05/202013/05/2020 By All in LAOS No Comments on ໜ້າສົງສານ ຊາຍອາຍຸ 52 ປີ ເສຍຊິວິດ ຄາກອງເພີງ ໄຟໄໝ້ເຮືອນ ທີ່ບ້ານນາງ່າ ເມືອງນາຊາຍທອງ

1623 ລາຍງານໃຫ້ຮູ້ວ່າ ວັນທີ 12/05/2020 ເວລາ 18:00 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງຈາກປະຊາຊົນ ຜ່ານເບີໂທສຸກເສີນ 1623 ວ່າມີ ເຫດອັກຄີໄພ (ໄຟໄໝ້ເຮືອນ) ຈຸດເກີດເຫດແມ່ນ ບ້ານນາງ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ

ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ ທາງໜ່ວຍກູ້ໄພ 1623 ຈຶ່ງໄດ້ແຈ້ງໃຫ້ທີມປະຕິບັດການພິເສດ ທີ່ໄດ້ຮ່ຳຮຽນແລະຝຶກຊ້ອມ ທາງດ້ານເຫດອັກຄີໄພ ອອກປະຕິບັດໜ້າທີ່

ເມື່ອຮອດຈຸດເກີດເຫດກໍພົບວ່າ ໄຟກຳລັງລຸກໄໝ້ຢ່າງຮຸນແຮງແລະມີຜູ້ເຄາະຮ້າຍ1ຄົນ ຕິດຢູ່ພາຍໃນບ້ານ
ທີມປະຕິບັດການພິເສດໃຊ້ເວລາປະມານ2ຊົ່ວໂມງຈຶ່ງສາມາດຄວບຄຸມສະຖານນະໄວ້ໄດ້

ຂໍ້ມູນຄວາມເສຍຫາຍ

ເຮືອນ 1 ຫຼັງ, ລົດຈັກ 1ຄັນ, ມີຜູ້ເສຍຊີວິດ 1 ຄົນ ເພດຊາຍ ອາຍຸ 52 ປີ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຫາຍໃນຄັ້ງນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດ! ຈົມນໍ້າເສຍຊີວິດ 1 ຄົນ ທີ່ແກ້ງຊັນ ເມືອງສາລະວັນ
Next Post: ທາງລົດໄຟ ລາວ – ຈີນ ມີຄວາມຄືບໜ້າຫຼາຍດ້ານ ຈະສຳເລັດຕາມເປົ້າໝາຍ

Related Posts

ເຮັດໂຕມີພິລຸດ ຖືກເຈົ້າໜ້າທີ່ກວດຄົ້ນ ພົບ ຢ າ 18.000 ເ ມັ ດ ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງວິລະບູລີແຂວງສະຫວັນນະເຂດ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຂ່າວສານບ້ານເມືອງ
ຜະລິດເປັນໂຮງງານເລີຍ…! ຍົກແກ້ງລາຍໃຫຍ່ປະຈໍາແຂວງອຸດົມໄຊ ຂ່າວສານບ້ານເມືອງ
ໂຈະການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມ ສົກປີ 2020-2021 ຂ່າວສານບ້ານເມືອງ
ອຸຕຸເຕືອນ! ເລີ່ມມື້ນີ້ ຫາ 20 ພຶດສະພາ ກຽມຮັບມືພາຍຸລະດູຮ້ອນອີກຄັ້ງ ຂ່າວສານບ້ານເມືອງ
ຂີ່ລົດຈັກຕໍາຕົ້ນໄມ້ ເສຍຊີວິດຄາທີ່ ເຂດບ້ານກຽມປາງ ເມືອງຫາດຊາຍຟອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme