Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົນຈີນຂີ່ລົດໃຫຍ່ໄວເກີນຂອບເຂດ ຕໍາເອົາລົດຈັກຄົນລາວ ດັບຄາທີ່ 2 ຄົນທີ່ເມືອງໄຊ

Posted on 12/05/202012/05/2020 By All in LAOS No Comments on ຄົນຈີນຂີ່ລົດໃຫຍ່ໄວເກີນຂອບເຂດ ຕໍາເອົາລົດຈັກຄົນລາວ ດັບຄາທີ່ 2 ຄົນທີ່ເມືອງໄຊ

ປກສ ອຸດົມໄຊ: ເຫດເກີດໃນເວລາ 11 ໂມງ 30 ນາທີຂອງວັນທີ 09 ພຶດສະພາ 2020 ເຂດຫຼັກກິໂລແມັດທີ່ 07 ເສັ້ນທາງເລກ 13 ເໜືອ (ບ້ານໂຮມໄຊ ເມືອງໄຊ ແຂວງອຸດົມໄຊ)

ສະຫາຍ ຮທ ສີສະຫວາດ ວົງພະຈັນ ຮອງຫົວໜ້າກອງອຸປະຕິເຫດພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງວ່າ: ມີອຸບັດຕິເຫດລົດໃຫຍ່ຕໍາກັບລົດຈັກ ຈາກນັ້ນ,ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາວັດແທກ ພ້ອມທັງສອບປາກຄໍາກັບຜູ້ເຫັນເຫດການ ແລະ ຜູ້ຂັບຂີ່ລົດໃຫຍ່ ຄູ່ກໍ່ລະນີຕ່າງກໍ່ຂັບຂີ່ (ແລ່ນ) ລົດຊ້ວນທາງກັນມາ

ສາເຫດແມ່ນຍ້ອນຜູ້ຂັບຂີ່ລົດໃຫຍ່ຊື່ ທ້າວ ຕິ່ງ ຍີ້ກັງ ອາຍຸ 29 ປີ,ພະນັງານ,ເຜົ່າຫານ, ເຊື້ອຊາດ-ສັນຊາດຈີນ ຢູ່ບ້ານຄຸນມິງ ເມືອງຄຸນມິງ ແຂວງຍຸນນານ ສປ ຈີນ ໄດ້ຂັບຂີ່ລົດຈິບ,ສີເທົາ ໝາຍເລກທະບຽນ KL7899 ແລ່ນໄວເກີນຂອບເຂດບວກກັບການແລ່ນລົດບໍ່ແນບກຳຂວາມືຂອງຕົນຈຶ່ງພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້ຂື້ນ ພາຍຫຼັງທີ່ໄດ້ຕໍາກັບລົດຈັກທີ່ແລ່ນມາແຕ່ເບື້ອງກົງກັນຂ້າມຢ່າງແຮງ ເຮັດໃຫ້ລົດເສຍຫຼັກແລ່ນອອກນອກທາງ

ພ້ອມດຽວກັນນັ້ນລົດໃຫຍ່ໄດ້ຫຼາກຖູເອົາລົດຈັກສີໝາກຄໍ້, ຍີ່ຫໍ້ຫົງຊິງ(ບໍ່ມີປ້າຍທະບຽນ) ແລະ ຄົນທີ່ຂັບຂີ່ລົດຈັກອອກນອກທາງເກືອບ 10 ແມັດ ເຮັດທ້າວ ຊຽງຕາ ອາຍຸ 30 ປີ,ຫວ່າງງານ ເສຍຊີວິດຄາທີ່ ,ສ່ວນທ້າວ ຊຽງ ໝອນ,ອາຍຸ 30 ປີ,ຫວ່າງງານ ໄດ້ເສຍຊີວິດພາຍຫຼັງທີ່ນໍາສົ່ງຮອດໂຮງໝໍ ຜູ້ເສຍຊີວິດທັງສອງຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ;

ເຈົ້່າໜ້າທີ່ວິຊາສະເພາະໄດ້ໃຫ້ຮູ້ຕື່ມວ່າຕາມການສັງລວມຜົນເສຍຫາຍໃນເຫດການຄັ້ງນີ້ມີ ພາຫະນະເປ່ເພສົມຄວນ 01 ຄັນ,ໃຊ້ການບໍ່ໄດ້ 01 ຄັນ,ຄົນເສຍຊີວິດ 02 ຄົນ, ລວມມູນຄ່າເສຍຫາຍດ້ານວັດຖຸແມ່ນບໍ່ຕໍ່າກວ່າ 80,000,000 ກີບ ແລະ ສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ແມ່ນຍ້ອນຜູ້ຂັບຂີ່ລົດໃຫຍ່ (ລົດຈິບ) ແລ່ນໄວ ແລະ ບໍ່ແນບກຳຂວາມືຂອງຕົນເອງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຮ່ວມໄວ້­ອາ­ໄລ 4 ວັນ ແກ່ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດງານຊາປະນະກິດ ທີ່ສະໜາມຫຼວງ 16 ພຶດສະພາ ຢ່າງສົມກຽດ
Next Post: ວອນຜູ່ໃຈບຸນ ຊ່ວຍຄ່າປິ່ນປົວ ນາງ ພອນເພັດແດ່

Related Posts

ເຈົ້າໜ້າທີ່ສະເພາະກິດທີ່ເອົາໃຈໃສ່ໃນການລົງກວດກາບັນດາຮ້ານເຫຼົ້າ-ເບຍ​ ຢູ່ໃນຂອບເຂດແຂວງວຽງຈັນ ຂ່າວສານບ້ານເມືອງ
ແຂວງສາລະວັນ ມີພາຫະນະນຳໃຊ້ບໍ່ຖືກຕາມກົດໝາຍ 1.400 ກວ່າຄັນ ຂ່າວສານບ້ານເມືອງ
ຈັບຜູ້ປ່ອຍຂ່າວປອມ ກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 20 ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລົດເມຕໍາກັບລົດຈັກ ເສຍຊີວິດຄາທີ່ 3 ຄົນ ທາງ 13 ໃຕ້ ເມືອງປາກງຶ່ມ (ມີຄລິບ) ຂ່າວສານບ້ານເມືອງ
ເຕືອນ! ພໍ່ແມ່ປະຊາຊົນເຂື່ອນໄຟຟ້າເຊຂະໝານ3 ຈະປ່ອຍນໍ້າເລີ່ມ 3 ໂມງແລງຂອງມື້ນີ້! ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມມື້ນີ້ +50ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme