Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນະຄອນຫຼວງວຽງຈັນ ແນະນໍາ ຖ້າທຸກຄົນປະຕິບັດ 4 ຢ່າງ ອັກຄີໄພ ແມ່ນບໍ່ເກີດຂຶ້ນ

Posted on 12/05/202012/05/2020 By All in LAOS No Comments on ປກສ ນະຄອນຫຼວງວຽງຈັນ ແນະນໍາ ຖ້າທຸກຄົນປະຕິບັດ 4 ຢ່າງ ອັກຄີໄພ ແມ່ນບໍ່ເກີດຂຶ້ນ

ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ສຳພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 11 ພຶດສະພາ 2020 ວ່າ: ເນື່ອງຈາກສະພາບອາກາດປັດຈຸບັນ ມີຄວາມຮ້ອນອົບເອົ້າຫຼາຍ ເຮັດໃຫ້ອັກຄີເກີດຂຶ້ນໄດ້ງ່າຍ ຈິ່ງຂໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງມີສະຕິໃນການຊົມໃຊ້ພືນໄຟ ໂດຍຕ້ອງເອົາໃຈໃສ່ປະຕິບັດ 4 ຢ່າງ ເພື່ອສະກັດກັ້ນ ແລະ ຕ້ານການເກີດອັກຄີໄພ ທັງນີ້ກໍເພື່ອເປັນການຮັກສາວັດຖຸຊັບສິນມີຄ່າຂອງຕົນເອງ ແລະ ສັງຄົມ.

ແຈ້ງເຫດສຸກເສີນໂທ 1190 ຫຼື 021 212707
ໃນ 4 ຢ່າງທີ່ຕ້ອງເອົາໃຈໃສ່ປະຕິບັດນັ້ນຄື:

  • ຕ້ອງມີສະຕິລະວັງຕົວໃນການໃຊ້ພືນໄຟໃຫ້ຖືກຕ້ອງ, ຄຸ້ມຄອງໃຫ້ຖືກຫຼັກການ ເພື່ອຫຼີກລ່ຽງໄພອັນຕະລາຍຈາກອັກຄີໄພທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນປະເພດໄຟຟ້າ, ຖ້າອຸປະກອນໄຟຟ້າເກົ່າແກ່ຊຸດໂຊມ, ເຊື່ອມຄຸນນະພາບຕ້ອງປ່ຽນຖ່າຍ, ຖ້າຢຸດນໍາໃຊ້ກະແສໄຟຟ້າ ໃຫ້ປິດສະວິກໄຟ, ຖອດປັກສຽບ ຫຼື ງັບແບຼກເກີລົງທຸກຄັ້ງ ໂດຍສະເພາະແມ່ນເຄື່ອງໃຊ້ໄຟຟ້າ ທີ່ຄວບຄຸມດ້ວຍລີໂມດຄອນໂທນ.
  • ການໄຕ້ທູບທຽນບູຊາພະ ກໍ່ພາໃຫ້ເກີດອັກຄີໄພ. ດັ່ງນັ້ນ, ບໍ່ຄວນຕັ້ງຮ້ານພະໃນຫ້ອງນອນ ຄວນຕັ້ງສານພະພູມຢູ່ນອກເຮືອນ ຫຼື ບ່ອນທີ່ເໝາະສົມ ເພື່ອຫຼີກລ່ຽງການລືມມອດທູບທຽນບູຊາ.
  • ບັນດາສໍານັກງານ-ອົງການ, ຫ້າງຮ້ານ, ບໍລິສັດ, ໂຮງຈັກໂຮງງານ, ຕະຫຼອດຮອດຕະຫຼາດຄຸ້ມບ້ານເຮືອນຊານຂອງປະຊາຊົນ ຄວນມີອຸປະກອນມອດໄຟເຊັ່ນ: ບັ້ງມອດໄຟ, ຖ້າມີເຫດການໄຟໄໝ້ເກີດຂຶ້ນ ແມ່ນສາມາດນຳບັ້ງມອດໄຟ ດັບມອດໄຟໃນເບື້ອງຕົ້ນໄດ້ທັນເຫດການ.
  • ການຈູດຂີ້ເຫຍື້ອ ຫຼື ຈູດປ່າຫຍ້າ, ຈູດສວນ ໃຫ້ມີການກວດກາຄຸ້ມຄອງປ້ອງກັນ ບໍ່ໃຫ້ໄຟໄໝ້ລຸກລາມເປັນວົງກວ້າງ ໄປໄໝ້ຊັບສິນຂອງຄົນອື່ນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ.

ໃນໄລຍະຜ່ານມາ ເຈົ້າໜ້າທີ່ໄດ້ເອົາໃຈໃສ່ກຽມພາຫະນະ ແລະ ກໍາລັງປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ແລະ ລົງໂຄສະນາ, ຝຶກອົບຮົມຄວາມຮູ້ພື້ນຖານໄລຍະສັ້ນ; ພ້ອມທັງສາທິດມອດໄຟຕົວຈິງ ໃຫ້ປະຊາຊົນມີສະຕິ ແລະ ສາມາດດັບມອດໄຟໄດ້ເປັນຕົ້ນແມ່ນ: ເດືອນເມສາຜ່ານມາ ມີອັກຄີໄພເກີດຂຶ້ນທັງໝົດ 7 ເລື່ອງ, ມູນຄ່າຜົນເສຍຫາຍ 265 ລ້ານກີບ; ໃນນີ້, ມີໄໝ້ເຮືອນ 3 ຄັ້ງ, ໄໝ້ລົດ 1 ຄັ້ງ ແລະ ໄໝ້ປ່າຫຍ້າ 3 ຄັ້ງ, ສາເຫດທີ່ພາໃຫ້ເກີດໄໝ້ແມ່ນ ເກີດຈາກໄຟຟ້າຊອ໊ດ, ໄຕ້ທູບທຽນບູຊາ ແລະ ຈູດປ່າຊະຊາຍ.

ສຳລັບທິດທາງໃນຕໍ່ໜ້າ ທ່ານ ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຮູ້ອີກວ່າ: ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ຈະສືບຕໍ່ຫັນເອົາກຳລັງລົງສູ່ພື້ນຖານເພື່ອກວດກາ, ໂຄສະນາຄວາມປອດໄພທາງດ້ານອັກຄີໄພ ຕາມບັນດາສຳນັກງານ, ໂຮງຈັກໂຮງງານ, ໂຮງແຮມ ຕະຫຼອດຮອດຄຸ້ມບ້ານ ເພື່ອເຮັດໃຫ້ເຂົາເຈົ້າ ມີສະຕິຕໍ່ວຽກງານປ້ອງກັນອັກຄີໄພ;

ພ້ອມທັງຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ທັງສາທິດການມອດໄຟຕົວຈິງໃຫ້ບັນດາພື້ນຖານທີ່ມີຄວາມຈໍາເປັນ; ສືບຕໍ່ປະສານສົມທົບກັບພາກທີ່ກ່ຽວຂ້ອງເຊັ່ນ: ບັນດາສະຖານີມອດໄຟແຕ່ລະເມືອງ, ໄຟຟ້າ, ນໍ້າປະປາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍກູ້ໄພທຸກພາກສ່ວນ ເພື່ອພ້ອມກັນກຽມຄວາມພ້ອມຮັບສະພາບການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະ ກຽມພ້ອມພາຫະນະຮັບໃຊ້ ແລະ ກຳລັງ ພັດປ່ຽນກັນປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ,

ຖ້າມີເຫດອັກຄີໄພເກີດຂຶ້ນໃຫ້ສະກັດກັ້ນ ແລະ ດັບມອດໄດ້ທັນກັບເຫດການ ເພື່ອຫຼຸດຜ່ອນຜົນເສຍຫາຍໃຫ້ໜ້ອຍທີ່ສຸດ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງຂ່າວມໍລະນະກໍາ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ 12/5/2020
Next Post: ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ວັນປູກຕົ້ນໄມ້ແຫ່ງຊາດປີນີ້ຈະບໍ່ມີການຈັດພິທີໃຫຍ່

Related Posts

ອຸຕຸເຕືອນໃຫ້ເຝົ້າລະວັງ!​ ພາຍຸສິເຂົ້າຈະມີຝົນຕົກ ແລະ ລົມພັດແຮງ​ 5ຫາ9 ພຶດສະພານີ້​ ຂ່າວສານບ້ານເມືອງ
ການເຮັດນາຢອດໄດ້ຮັບຜົນດີ ແລະ ປະຢັດຕົ້ນທຶນຫຼາຍກວ່ານາປູກ ຂ່າວສານບ້ານເມືອງ
ກົມກົງສຸນ ກະຊວງການຕ່າງປະເທດ ຊີ້ແຈງ ກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ ຂ່າວສານບ້ານເມືອງ
ໂຄວິດສາຍພັນໃໝ່ Omicron ແຜ່ລະບາດ 13 ປະເທດແລ້ວ ຂ່າວສານບ້ານເມືອງ
ອົງການປົກຄອງແຂວງບໍລິຄຳໄຊ ມອບຊີມັງ 60 ໂຕນໃຫ້ໂຄງການເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທສະບານເມືອງບໍລິຄັນ ຂ່າວສານບ້ານເມືອງ
ທລຍ ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme