Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ວັນປູກຕົ້ນໄມ້ແຫ່ງຊາດປີນີ້ຈະບໍ່ມີການຈັດພິທີໃຫຍ່

Posted on 12/05/202012/05/2020 By News No Comments on ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ວັນປູກຕົ້ນໄມ້ແຫ່ງຊາດປີນີ້ຈະບໍ່ມີການຈັດພິທີໃຫຍ່

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ. 

ປ່າ ໄມ້ ໃນ ລາວ ສ່ວນ ໃຫຍ່ ປູກ ໂດຍ ເອ ...

ແຈ້ງການໄດ້ລະບຸ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລືຈັດງານວາງສະແດງເບ້ຍໄມ້ ແລະ ຕົ້ນໄມ້ຢູ່ສະຖານທີ່ ທີ່ເຫັນວ່າມີຄວາມເໝາະສົມ, ກະທັດຮັດແຕ່ມີເນື້ອໃນທັງປະຢັດງົບປະມານ. ສໍາລັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແມ່ນໃຫ້ຈັດແບບກະທັດຮັດ ແຕ່ຮັບປະກັນ ເນື້ອໃນ ແລະ ບໍ່ໃຫ້ຈັດພິທີໃຫຍ່ ຄືທຸກໆປີທີ່ຜ່ານມາ ເນື່ອງຈາກມີຄວາມສ່ຽງໃນການຕິດພະຍາດໂຄວິດ-19 ໂດຍອາດຈະຈັດໃນລະຫວ່າງທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ ນີ້.

ວັນປູກຕົ້ນໄມ້ແຫ່ງຊາດປີນີ້ຈະບໍ່ມີການຈັດພິທີໃຫຍ່

ແຈ້ງການໄດ້ລະບຸໄວ້ຕື່ມວ່າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປູກຕົ້ນໄມ້ໃນແຕ່ລະປີໃຫ້ບັນລຸຕາມແຜນການ ພ້ອມທັງ ເປັນການສ້າງຂະບວນການໃນຂອບເຂດທົ່ວປະເທດເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020 ໂດຍແນໃສ່ການໂຄສະນາ ແລະ ປູກຈິດສໍານຶກໃຫ້ແກ່ເຍົາວະຊົນໃຫ້ຮູ້ຄວາມສໍາຄັນຂອງປ່າໄມ້ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ບັນດາເຜົ່າ ທີ່ພົວພັນເຖິງການປ່ຽນແປງຂອງດິນຟ້າອາກາດ ຈຶ່ງແຈ້ງໃຫ້ກົມປ່າໄມ້ ເປັນເຈົ້າການ ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ບັນດາແຂວງ, ບັນດາເມືອງ, ນັກທຸລະກິດ, ຜູ້ປະກອບການ ເອົາໃຈໃສ່ ແລະ ເຂົ້າຮ່ວມໃນວັນປູກຕົ້ນໄມ້ແຫ່ງຊາດ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນະຄອນຫຼວງວຽງຈັນ ແນະນໍາ ຖ້າທຸກຄົນປະຕິບັດ 4 ຢ່າງ ອັກຄີໄພ ແມ່ນບໍ່ເກີດຂຶ້ນ
Next Post: ປະຫວັດຫຍໍ້ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

Related Posts

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນເຂດ ອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ຂ່າວສານບ້ານເມືອງ
ແຂວງວຽງຈັນຮັບແຮງງານລາວທີ່ເປັນພົນລະເມືອງແຂວງວຽງຈັນ 39 ຄົນຈາກສູນກັກຕົວຫລັກ27. ຂ່າວສານບ້ານເມືອງ
ການແຂ່ງຂັນກິລາການທະຫານສາກົນ 2020 ຢູ່ປະເທດຣັດເຊຍ ກອງທັບປະຊາຊົນລາວ ຂ່າວສານບ້ານເມືອງ
ຊ່ວຍຫຼານນ້ອຍເຈນນີ້ແດ່ເຈັບໜັກຕ້ອງການເລືອດໂອ່ດ່ວນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ພົບຜູ້ຕິດເຊື້ອເພີ່ມໃໝ່ອີກ 1097ຄົນ ຂ່າວສານບ້ານເມືອງ
ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ສຳເລັດລົງດ້ວຍໝາກຜົນທີ່ຈົບງາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme