Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຂື່ອນນໍ້າຂອງ ຊະນະຄາມ ມີມູນຄ່າກໍ່ສ້າງ 2073 ລ້ານໂດລາສະຫະລັດ ຜະລິດໄຟຟ້າ ຂາຍໃຫ້ ປະເທດໄທ

Posted on 11/05/202011/05/2020 By All in LAOS No Comments on ເຂື່ອນນໍ້າຂອງ ຊະນະຄາມ ມີມູນຄ່າກໍ່ສ້າງ 2073 ລ້ານໂດລາສະຫະລັດ ຜະລິດໄຟຟ້າ ຂາຍໃຫ້ ປະເທດໄທ

ເພຈທາງການ ຂອງ ຄະນະກໍາມະການ ອົງກອນ ແມ່ນໍ້າຂອງ ຫຼື MRC (Mekong River Commission) ແຈ້ງໃຫ້ຮູ ໃນວັນທີ 11​ພຶດສະພາ 2020 ນີ້ວ່າ, ລັດຖະບານ ສປປ ລາວ ໄດ້ມີການກະກຽມ ການປຶກສາຫາລື ລ່ວງໜ້າ ເພື່ອ ສະເໜີ ໂຄງການ ເຂື່ອນແມ່ນໍ້າຂອງ ທີ່ເມືອງ ຊະນະຄາມ

ຈຸດທີ່ຈະສ້າງເຂື່ອນນໍ້າຂອງ ຊະນະຄາມ

ເຊິ່ງໂຄງການ ດັ່ງກ່າວ ຈະເປັນ 1 ໃນ 6 ເຂື່ອນ ທີ່ ສປປ ລາວ ສະເໜີ ເພື່ອສ້າງ ຕາມແມ່ນໍ້າຂອງ, ເຂື່ອນທີ່ເມືອງຊະນະຄາມ ຈະມີກໍາລັງຕິດຕັ້ງ ທີ່ 684 ເມກາວັດ.

ຈຸດທີ່ຕັ້ງຂອງ ເຂື່ອນນີ້ ແມ່ນລະຫວ່າງ ແຂວງໄຊຍະບູລ ແລະ ແຂວງວຽງຈັນ ຂອງ ສປປລາວ, ເຊິ່ງຫ່າງຈາກ ຊາຍແດນ ລາວໄທ ເຂດ ແຂວງ ເລີຍ. ປະມານ 2 ກິໂລແມັດ. ຫ່າງຈາກ ເມືອງຊະນະຄາມ ແຂວງວຽງຈັນ ປະມານ 25 ກິໂລແມັດ, ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 155 ກິໂລແມັດ ແລະ ຫ່າງຈາກ ເມືອງປາກລາຍ ແຂວງໄຊຍະບູລີ ປະມານ 84 ກິໂລແມັດ.

ອີງຕາມເອກະສານທີ່ໄດ້ຍື່ນແກ່ ຄະນະກໍາມະການ ອົງກອນ ແມ່ນໍ້າຂອງ, ໂຄງການກໍ່ສ້າງ ເຂື່ອນດັ່ງກ່າວ ແມ່ນຄາດວ່າ ຈະໄດ້ເລີ່ມ ພາຍໃນປີ 2020 ແລະ ໃຫ້ສໍາເລັດ ໃນປີ 2028. ພະລັງງານໄຟຟ້າ ທີ່ຜະລິດໄດ້ ຈະສົ່ງອອກຂາຍ ໃຫ້ປະເທດໄທ ເປັນສ່ວນໃຫຍ່.

ການກໍ່ສ້າງເຂື່ອນນີ້ ແມ່ນ ບໍລິສັດ ດາຕັ່ງ (ລາວ) ຊະນະຄາມ ຮາຍໂດພາວເວີ ຈໍາກັດ. ມີງົບປະມານຂອງໂຄງການ 2073 ລ້ານ ໂດລາສະຫະລັດ

ອ່ານເພີ່ມເຕີມ https://bit.ly/2xVav2I

ແຜນທີ່ກໍານົດ ຈຸດສ້າງເຂື່ອນ ແມ່ນໍ້າຂອງ ປະເທດຕ່າງໆ

Laos to undertake prior consultation for Sanakham hydropower project

Laos will undertake the MRC’s prior consultation process for its 684-MW Sanakham hydropower project, the sixth proposed project on the Mekong mainstream.

The dam site is located between Xayaburi and Vientiane provinces of Laos, some 2 km upstream of the Thai-Lao border of Loei province and approx. 1,737 km from the sea. It lies about 25 km upstream from Sanakham district of Vientiane province, about 155 km from Vientiane capital at downstream, and about 84 km downstream of the Pak Lay project.

ແບບຈໍາລອງ ເຂື່ອນນໍ້າຂອງ ຊະນະຄາມ

According to the submitted documents, the project’s construction is expected to begin in 2020 and finish in 2028. The energy generated by the project will mainly be exported to Thailand.

Datang (Lao) Sanakham Hydropower Co. Ltd is listed as the project developer. The total cost of the project is estimated at US$ 2,073 million.

Read more: https://bit.ly/2xVav2I

Source

ເລື່ອງເດັ່ນ

Post navigation

Previous Post: ພາຍຸຖະຫຼົ່ມເຂດບ້ານປົ່ງຫວ້ານ ເມືອງປາກລາຍ ເສຍຫາຍໜັກ 11 ພຶດສະພາ
Next Post: ມີ 10 ປະເທດ ທີ່ມີຜູ່ຕິດເຊື້ອ ໂຄວິດ-19 ຫຼາຍກວ່າ ແສນຄົນ (11 ພຶດສະພາ 2020) ຣັດເຊຍ ຢູ່ອັນດັບທີ 4

Related Posts

ຕິດເພີ່ມ 28 ຄົນ ໂຄວິດ-19 ສປປ ລາວ ວັນທີ 7 ພຶດສະພາ 2021 ເລື່ອງເດັ່ນ
ປກສ ແຂວງອຸດົມໄຊ ມອບພາຫະນະທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ແຈ້ງການ ວິທີຄິດໄລ່ຄ່າໄຟຟ້າ ປີ 2021 ເລື່ອງເດັ່ນ
ຈະລາຈອນ ນວ ຖືເອົາວຽກງານກວດກາພາຫະນະເປັນບູລິມະສິດ ເລື່ອງເດັ່ນ
ແຈ້ງການ! ທະນາຄານແຫ່ງ ສປປ ລາວ ການກຳນົດວົງເງິນການໃຫ້ບໍລິການເງິນເອເລັກໂຕຣນິກ ເລື່ອງເດັ່ນ
ຫຼວງປູ່ ບຸນທາ ຈັນທະລາດ ວັດປ່າບ້ານຊຽງຄວນມໍຣະນະພາບແລ້ວ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme