Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະບົບໄຟຟ້າ ເມືອງຫາດຊາຍຟອງ ເສຍຫາຍ 960 ກວ່າລ້ານກີບ ແລະ ເມືອງປາກງື່ມ 36 ລ້ານກວ່າກີບ ຈາກພາຍຸລະດູຮ້ອນ

Posted on 11/05/202011/05/2020 By All in LAOS No Comments on ລະບົບໄຟຟ້າ ເມືອງຫາດຊາຍຟອງ ເສຍຫາຍ 960 ກວ່າລ້ານກີບ ແລະ ເມືອງປາກງື່ມ 36 ລ້ານກວ່າກີບ ຈາກພາຍຸລະດູຮ້ອນ

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2020, ທ່ານ ຄໍາມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປຕິດຕາມເບິ່ງສະພາບຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕອນແລງຂອງວັນທີ 7 ພຶດສະພາ 2020 ຢູ່ທີ່ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ.

ຜົນເສຍຫາຍໃນຄັ້ງນີ້ໄດ້ເຮັດໃຫ້ຫຼາຍບ້ານທີ່ຂຶ້ນກັບເມືອງຫາດຊາຍຟອງບໍ່ມີກະແສໄຟຟ້າໃຊ້ເປັນບໍລິເວນກວ້າງ ລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ: ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະ ອຸປະກອນອື່ນໆ ໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 960 ລ້ານ ກວ່າກີບ.

ຫຼັງຈາກນັ້ນ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງຈະໄດ້ເດີນທາງໄປເບິ່ງຄວາມເສຍຫາຍ ຂອງລະບົບຈໍາໜ່າຍໄຟຟ້າລາວ ສາຂາເມືອງປາກງື່ມ ເຊີ່ງເປັນເມືອງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ ເປັນຕົ້ນແມ່ນລະບົບຈໍາໜ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 36 ລ້ານ ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຫດຄົນແຂວນຄໍເສຍຊີວິດ ບ້ານໂພນຕ້ອງສະຫວາດ
Next Post: ພາຍຸຖະຫຼົ່ມເຂດບ້ານປົ່ງຫວ້ານ ເມືອງປາກລາຍ ເສຍຫາຍໜັກ 11 ພຶດສະພາ

Related Posts

ແຈ້ງການ ໂຈະຊົ່ວຄາວການເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງທີ 2 ຂ່າວສານບ້ານເມືອງ
ແຈ້ງການ ປິດນໍ້າປະປາ ເຂດເມືອງໄຊເສດຖາ ເພື່ອປ່ຽນຖ່າຍ ປະຕູນໍ້າ 23/6/2020 ຂ່າວສານບ້ານເມືອງ
ຈີ​ນ​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ປິ່ນ​ປົວມອບໂດຍ ນະຄອນຄຸນຫມິງ ສປ ຈີນ ໃຫ້ແກ່ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ໂຄວິດ-19 ຂ່າວສານບ້ານເມືອງ
ກະຊວງການເງິນໄດ້ອອກແຈ້ງການ ກ່ຽວກັບການເສຍຄ່າທຳນຽມທາງປະຈຳປີ 2022 ຂ່າວສານບ້ານເມືອງ
45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຂ່າວສານບ້ານເມືອງ
ຫສນຍ ກຳນົດເປີດຮຽນລະດັບວິທະຍາໄລ-ມະຫາວິທະຍາໄລ ປີ 1-3 ແຕ່ 15 ມິຖຸນານີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme