Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂີ່ລົດຈັກຕໍາຕົ້ນໄມ້ ເສຍຊີວິດຄາທີ່ ເຂດບ້ານກຽມປາງ ເມືອງຫາດຊາຍຟອງ

Posted on 11/05/202011/05/2020 By All in LAOS No Comments on ຂີ່ລົດຈັກຕໍາຕົ້ນໄມ້ ເສຍຊີວິດຄາທີ່ ເຂດບ້ານກຽມປາງ ເມືອງຫາດຊາຍຟອງ

ວັນທີ 10 ພຶດສະພາ 2020 ເວລາ 22:56 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກຕຳຕົ້ນໄມ້ ຈຸດເກີດເຫດແມ່ນ ເສັ້ນທາງ ບ້ານກຽມປາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊີວິດຈຳນວນ 1ຄົນ, ເພດຊາຍ ອາຍຸ 22ປີ ບ້ານ ຈອມທອງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ສາເຫດການເສຍຊີວິດແມ່ນໄດ້ຮັບກະທົບທີ່ຫົວ, ມີບາດແຜ່ເປີດຢູ່ໃບໜ້າແລະ ເສຍຊີວິດໃນຈຸດເກີດເຫດ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລະເສຍຊີວິດຕໍ່ມາ ທາງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ ແລະ ເຫດການໃນຄັ້ງນີ້.

ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງງານຜະລິດຜ້າອັດປາກ-ດັງ 8 ແຫ່ງ ກະກຽມເປີດການຜະລິດ ອອກຮັບໃຊ້ສັງຄົມ ໃນລາຄາທີ່ບໍ່ແພງ
Next Post: ບັນຫາການມົ້ວສຸມຢູ່ຮ້ານເກມ-ສະນຸກເກີ້ ແລະ ກຸມແກ້ງກວນເມືອງຕ້ອງໄດ້ຮັບການແກ້ໄຂດີຂຶ້ນກວ່າເກົ່າ

Related Posts

ເຕືອນການເດີນທາງ ນໍ້າຫ້ວຍນອງ ບ້ານນໍ້າເຕົ່າ ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຂ່າວສານບ້ານເມືອງ
ທີມແພດ ສປ ຈີນ ລົງພື້ນທີ່ຕ້ານໂຄວິດ-19 ທີ່ ຫຼວງພະບາງ ແລະ ຈຳປາສັກ ຂ່າວສານບ້ານເມືອງ
ດຳເນີນມາດຕະການຕໍ່ຜູ້ລະເມີດການແຫ່ຜາສາດເຜິ້ງບໍ່ໄດ້ຮັບອະນຸຍາດ ຂໍຄະມາພຣະທາດຫຼວງວຽງຈັນ ຂ່າວສານບ້ານເມືອງ
ລາວ ກະກຽມທົດລອງສັກວັກແຊັງ ຕ້ານໄວຣັດໂຄວິດ-19 ໄລຍະທີ 3 ກັບ ສະຫະພັນຣັດເຊຍ ຂ່າວສານບ້ານເມືອງ
ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ພົນໂທ ຮວ່າງ ຊວນ ຈ້ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme