Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສັງທອງ ຈັບແຮງງານລາວລັກລອບເຂົ້າປະເທດ 11 ຄົນ

Posted on 11/05/202011/05/2020 By News No Comments on ປກສ ເມືອງສັງທອງ ຈັບແຮງງານລາວລັກລອບເຂົ້າປະເທດ 11 ຄົນ

ໃນເວລາ 19: 00 ນາທີ ຂອງວັນທີ່ 04 ພຶດສະພາ 2020 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ພົບເຫັນແຮງງານຄົນລາວທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ໄດ້ເດີນທາງກັບເຂົ້າມາລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ; ໃນນັ້ນມີປະຊົນເມືອງສັງທອງ 10 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ; ປັດຈຸບັນນີ້ ເຈົ້າໜ້າທີ່ທຸກພາກສ່ວນໃນເມືອງສັງທອງ ໄດ້ນຳສົ່ງແຮງງານລາວຈຳນວນດັ່ງກ່າວ ໄປທີ່ສູນກັ່ນຕອງເຊື້ອໂຄວິດ 19, ຢູ່ຫຼັກ 27 ເປັນທີ່ຮຽບຮ້ອຍ.

Image may contain: 3 people, people sitting
Image may contain: one or more people, people sitting and outdoor

ເພື່ອເຮັດໃຫ້ປະເທດຊາດ, ບ້ານເມືອງລາວເຮົາມີຄວາມສະຫງົບສຸກ ແລະ ປອດເຊື້ອພະຍາດຮ້າຍນີ້ໄດ້ນັ້ນ ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈຶ່ງຂໍຮຽກຮ້ອງເຖິງປະຊາຊົນຊາວເມືອງສັງທອງ ຈົ່ງຊ່ວຍກັນອີກແຮງໜຶ່ງໃນການຕິດຕາມປະຊາຊົນພາຍໃນບ້ານຂອງຕົນຢູ່ບໍລິເວນໃກ້ຄຽງທີ່ໄດ້ໄປອອກແຮງງານຢູ່ປະເທດທີ່ມີຄວາມສ່ຽງ, ຖ້າຫາກພົບເຫັນຈຳນວນດັ່ງກ່າວແມ່ນໃຫ້ສົ່ງຂ່າວລາຍງານໃຫ້ອົງການປົກຄອງ ຫຼື ເຈົ້າໜ້າທີ່ທຸກພາກສ່ວນເຂົ້າໄປກວດກາໃຫ້ທັນການ ເພື່ອປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໃຫ້ໝົດໄປ.

Image may contain: outdoor, water and nature
ຂ່າວສານບ້ານເມືອງ

Post navigation

Previous Post: ນວ ສືບຕໍ່ຮັບແຮງງານລາວ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຈຳນວນ 349 ຄົນ
Next Post: ລົມພະຍຸພັດແຮງເຮັດໃຫ້ຕົ້ນໄມ້ໃຫຍ່ລົ້ມທັບຮູບປັ້ນຊ້າງ ແລະ ກຳແພງວັດອົງຕື້ເສຍຫາຍຫນັກ

Related Posts

ພາກເໜືອອາກາດຈະໜາວເຢັນລົງອີກ 1-3 ອົງສາ ຂ່າວສານບ້ານເມືອງ
ດ່ວນເລີຍສະຫວັນນະເຂດສືບຕ່ໍເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ລັດຖະບານກຳນົດບາງນະໂຍບາຍເລັ່ງຟື້ນຟູເສດຖະກິດໃນໄລຍະໂຄວິດ ຂ່າວສານບ້ານເມືອງ
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ປະຈຳ ສປປ ລາວ ຂ່າວສານບ້ານເມືອງ
ຜູ້ນຳຝຣັ່ງປະກາດສົງຄາມກັບໂຄວິດ-19 ສັ່ງປິດປະເທດສັ່ງຫ້າມປະຊາຊົນອອກຈາກບ້ານ ຂ່າວສານບ້ານເມືອງ
ໄຟຟ້າລາວອອກແຈ້ງການມອດໄຟເລີ່ມແຕ່ວັນທີ 21 ຫາ 27 ເມສາ 2022 ນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme