Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນວ ສືບຕໍ່ຮັບແຮງງານລາວ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຈຳນວນ 349 ຄົນ

Posted on 11/05/202011/05/2020 By News No Comments on ນວ ສືບຕໍ່ຮັບແຮງງານລາວ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຈຳນວນ 349 ຄົນ

ໃນວັນທີ 09 ພຶດສະພາ 2020, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານສາກົນ ຂົວມິດຕະພາບລາວ-ໄທ 1 ແມ່ນໄດ້ສືບຕໍ່ຮັບເອົາບັນດາແຮງງານລາວ ທີ່ເດີນທາງກັບຄືນເຂົ້າມາປະເທດ ລວມມີ 349 ຄົນ, ຍິງ 177 ຄົນ; ໃນນີ້ ເຈົ້າໜ້າທີ່ໄດ້ນໍາສົ່ງເຂົ້າສູນກັ່ນຕອງ ທີ່ສະໜາມຍິງປືນກອງທັບ ຫຼັກ 27 ເພື່ອໄຈ້ແຍກກໍລະນີສົງໃສຕິດເຊື້ອໂຄວິດ-19.

Image may contain: one or more people, people standing and outdoor
Image may contain: one or more people and indoor

ໃນກໍລະນີສົງໃສ ແມ່ນຈະໄດ້ນຳສົ່ງໄປໂຮງໝໍທັນທີ, ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການ ເປັນໄລຍະເວລາ 14 ວັນ, ຖ້າບໍ່ມີອາການຫຍັງ ຈຶ່ງຈະໃຫ້ກັບເມື່ອບ້ານ ແລ້ວໄປຕິດຕາມອາການຂອງຕົນຕື່ມອີກ 14 ວັນ.

Image may contain: one or more people and outdoor
Image may contain: 1 person

ທັງນີ້ກໍ່ເພື່ອເຮັດໃຫ້ທຸກຄົນໃນປະເທດ ສປປ ລາວເຮົາ ມີຄວາມປອດໄພ ບໍ່ຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ເພີ່ມ ແລະ ບໍ່ມີການແຜ່ຂະຫຍາຍອອກໄປວົງກວ້າງ.

Image may contain: one or more people and outdoor
Image may contain: sky and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ອາເມຣິກາ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ກາຍ 80,000 ຄົນແລ້ວ
Next Post: ປກສ ເມືອງສັງທອງ ຈັບແຮງງານລາວລັກລອບເຂົ້າປະເທດ 11 ຄົນ

Related Posts

ດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ +85ຄົນ ຂ່າວສານບ້ານເມືອງ
ຮອງເຈົ້າແຂວງສະຫວັນນະເຂດ ມອບເຄື່ອງແລະເງີນສົດເພື່ອຊ່ວຍເຫລືອເມືອງທ່າປາງທອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຂ່າວສານບ້ານເມືອງ
ເຈົ້າແຂວງ ສະຫວັນນະເຂດ ສັ່ງການ ເຂັ້ມງວດ ຄຸ້ມຄອງການນໍາໃຊ້ເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງ ຂ່າວສານບ້ານເມືອງ
ລົດປີ້ນຢູ່ຫຼວງນໍ້າທາປະກາດຫາຍາດພີ່ນ້ອງຊ່ວຍແດ່ ຂ່າວສານບ້ານເມືອງ
ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ ຂ່າວສານບ້ານເມືອງ
ແຈ້ງການ! ຖອນໃບອະນຸຍາດການເຄື່ອນໄຫວວຽກງານສື່ມວນຊົນຂອງວາລະສານຈໍານວນ 36 ສະບັບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme