Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຮງງານລາວ 349 ຄົນ ໄດ້ຮັບການຊ່ວຍເຫຼືອເອົາກັບຄືນປະເທດ ຜ່ານດ່ານ ຂົວມິດຕະພາບ 1

Posted on 10/05/202010/05/2020 By All in LAOS No Comments on ແຮງງານລາວ 349 ຄົນ ໄດ້ຮັບການຊ່ວຍເຫຼືອເອົາກັບຄືນປະເທດ ຜ່ານດ່ານ ຂົວມິດຕະພາບ 1

ໃນວັນທີ 9 ພຶດສະພາ 2020, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານສາກົນ ຂົວມິດຕະພາບລາວ-ໄທ 1 ໄດ້ສືບຕໍ່ຮັບເອົາບັນດາແຮງງານລາວ ທີ່ເດີນທາງກັບຄືນເຂົ້າມາປະເທດ ລວມມີ 349 ຄົນ, ຍິງ 177 ຄົນ; ໃນນີ້ ເຈົ້າໜ້າທີ່ໄດ້ນໍາສົ່ງເຂົ້າສູນກັ່ນຕອງ ທີ່ສະໜາມຍິງປືນກອງທັບ ຫຼັກ 27 ເພື່ອໄຈ້ແຍກກໍລະນີສົງໃສຕິດເຊື້ອໂຄວິດ-19.

ໃນກໍລະນີສົງໃສ ແມ່ນຈະໄດ້ນຳສົ່ງໄປໂຮງໝໍທັນທີ, ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການ ເປັນໄລຍະເວລາ 14 ວັນ, ຖ້າບໍ່ມີອາການຫຍັງ ຈຶ່ງຈະໃຫ້ກັບເມື່ອບ້ານ ແລ້ວໄປຕິດຕາມອາການຂອງຕົນຕື່ມອີກ 14 ວັນ.

ທັງນີ້ກໍ່ເພື່ອເຮັດໃຫ້ທຸກຄົນໃນປະເທດ ສປປ ລາວ ເຮົາ ມີຄວາມປອດໄພ ບໍ່ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ແລະ ບໍ່ມີການແຜ່ຂະຫຍາຍອອກໄປວົງກວ້າງ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ເກີດເຫດຫີນຖະຫຼົ່ມທັບຄົນງານເສຍຊີວິດ 4 ຄົນ ທີ່ ສາລະວັນ
Next Post: [:la]ສວຍງາມ ພຣະທາດຫຼວງວຽງຈັນ[:en]Glory of That Luang Stupa, Vientiane[:]

Related Posts

ລັດຖະບານ​ ມອບພາຫະນະຮັບໃຊ້ວຽກງານຄຸ້ມຄອງພົນລະເມືອງໃຫ້ແຂວງອັດຕະປື ຂ່າວສານບ້ານເມືອງ
ເກີດເຫດມື້ຄືນນີ້! ໄຟໄໝ້ລົດທີ່ທາງດ່ວນວັງວຽງ-ຂາອອກ ເຂດຫຼັກ 52 (ມີຄຣິບ) ຂ່າວສານບ້ານເມືອງ
ແຈ້ງການ! ຢ່າງເປັນທາງການ ກ່ຽວກັບບຸນອອກພັນສາປະວໍຣະນາ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປະຈຳປີ ພສ ໒໕໖໓ (2020) ຂ່າວສານບ້ານເມືອງ
ຈັ ບ ແ ກ້ ງລັກລອບຂາຍ ຢ 5 ຄົນໄປດຳເນີນຄະດີ ຂ່າວສານບ້ານເມືອງ
ຂ່າວດ່ວນໂຄວິດລາວຕິດເຊື້ອມື້ນີ້ 425ຄົນ ຂ່າວສານບ້ານເມືອງ
ເຊກອງ ປະກາດແຕ່ງຕັ້ງຜູ້ພິພາກຊັ້ນ I ສານປະຊາຊົນແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme