Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍ່ປະຕິບັດ ຕາມຄໍາຕັດສິນຂອງສານ ຍ້ອນພະນັກງານຖືກຊື້ຈ້າງຈອບອອຍ ໃຫ້ທ່ວງດຶງເວລາ (ກົດຊົມຄລິບຈາກຜູ່ອັບປະໂຫຍດ)

Posted on 10/05/202010/05/2020 By All in LAOS No Comments on ບໍ່ປະຕິບັດ ຕາມຄໍາຕັດສິນຂອງສານ ຍ້ອນພະນັກງານຖືກຊື້ຈ້າງຈອບອອຍ ໃຫ້ທ່ວງດຶງເວລາ (ກົດຊົມຄລິບຈາກຜູ່ອັບປະໂຫຍດ)

“ຂໍຄວາມເປັນທຳຈາກສັງຄົມຕໍ່ກັບບັນຫາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ”

  • ທ່ານເຄີຍມີບັນຫາກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານບໍ່?
  • ທ່ານເຄີຍພົບເຫັນຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທ່ວງດຶ່ງເວລາ ຫລື ບໍ່ປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຂອງທ່ານບໍ່?

ສະແດງຄຳຄິດເຫັນກັນມາເບິ່ງ ເພື່ອສົ່ງພະລັງເຖິງຄວາມຍຸຕິທຳເພື່ອສັງຄົມເຮົາພາຍພາກຫນ້າ

ແຫລງທີ່ມາວີດີໂອ: ເປົ່າບຸ້ນຈີ້ນ ນຶດຖືຄວາມເປັນທຳ

“ຂໍຄວາມເປັນທຳຈາກສັງຄົມຕໍ່ກັບບັນຫາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ“ [ຕໍ່]

ໃນຖານະນັກຄົ້ນຄວ້າກົດຫມາຍຄົນຫນຶ່ງ ແລະ ເຄີຍເຮັດວຽກກັບການດຳເນີນຄະດີຜ່ານມາຂ້າພະເຈົ້າເບິ່ງກໍ່ຮູ້ໄດ້ເລີຍວ່າພະນັກງານກຳລັງເຈດຕະນາທ່ວງດຶງເວລາແທ້ໆ!

ອິງຕາມກົດຫມາຍແລ້ວຂັ້ນຕອນການຈັດຕັ້ງປະຕິບັດຄຳຕັດສິນຂອງສານມີພຽງແຕ່ 4 ຂັ້ນຕອນ:

  • ຄົ້ນຄວ້າຄຳຕັດສິນ ແລະ ນິຕິກຳອຶ່ນ;
  • ຮຽກຄູ່ຄວາມເຂົ້າມາຮັບຊາບ;
  • ຈັດຕັ້ງປະຕິບັດຄຳຕັດສິນຂອງສານຕົວຈິງ;
  • ສີ້ນສຸດການຈັດຕັ້ງປະຕິບັດ

ຊຶ່ງນີ້ຫມາຍຄວາມວ່າທີ່ພະນັກງານອ້າງຂັ້ນເທິງຂອງຜູ້ກ່ຽວນັ້ນແມ່ນບໍ່ສອດຄ່ອງແລະບໍ່ຖືກຕ້ອງເປັນພຽງຄຳແກ້ຫນ້າຂອງຜູ້ກ່ຽວ.

ການຈັດຕັ້ງປະຕິບັດຄຳຕັດສິນຂອງສານນັ້ນພະນັກງານມີສິດ ແລະ ຫນ້າທີ່ໃນການກວດກາຊັບ, ຂື້ນບັນຊີຊັບສິນ, ອອກຄຳສັ່ງອາຍັດຊັບ ຫລື ຍຶດຊັບຂອງຈຳເລີຍ ແລະ ຕ້ອງນຳເງິນມາໃຫ້ໂຈດຕາມກຳນົດເວລາ.

ສຳລັບກຳນົດເວລາ: ພະນັກງານຕ້ອງຮຽກຄູ່ເຂົ້າມາຮັບຊາບພາຍໃນ 10 ວັນຫລັງຈາກໄດ້ຮັບຄຳຕັດສິນ ແລະ ຈັດຕັ້ງປະຕິບັດພາຍໃນ 60 ວັນ (ການຈັດຕັ້ງອາດຊັກຊ້າໃນກໍລະນີຝ່າຍຈຳເລີຍບໍ່ມີຊັບສິນໃດໆ)

ສຳລັບເຫດການນີ້ ການຊັກຊ້າ ຫລື ການທ່ວງດຶງຂອງພະນັກງານແບບນີ້ຖືເປັນການເຈດຕະນາທ່ວງດຶງເວລາແທ້ໆ ເພາະທັງໆທີ່ຝ່າຍຈຳເລີຍກໍຍັງມິຊັບຫລາຍຢູ່ແຕ່ພະນັກງານກໍບໍ່ຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ແກ່ໂຈດ.

ອ້າງອິງ: ມ. 25,26,27,28 ກ. ຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ແຫລ່ງທີ່ມາຂອງວີດີໂອ: ເປົ່າບຸ້ນຈີ້ນ ຍຶດຖືຄວາມເປັນທຳ

ຂ່າວສານບ້ານເມືອງ

Post navigation

Previous Post: ສະແດງຄວາມຊົມເຊີຍ ນັກສຶກສາລາວ ທີ່ຄວ້າລາງວັນກຽດນິຍົມ ທີ່ປະເທດຣັດເຊຍ
Next Post: ຂ່າວດ່ວນ! ເກີດເຫດຫີນຖະຫຼົ່ມທັບຄົນງານເສຍຊີວິດ 4 ຄົນ ທີ່ ສາລະວັນ

Related Posts

ແຈ້ງຂ່າວ: ເຂື່ອນໄຟຟ້ານໍ້າຄານ 3 ແຈ້ງປ່ອຍນໍ້າ ເວລາ 24:00 ໂມງ ຂອງວັນທີ 2 ກັນຍາ 2019 ຂ່າວສານບ້ານເມືອງ
ປີ 2021 ຈະຮັບລັດຖະກອນໃໝ່ 1600 ຄົນ ຂ່າວສານບ້ານເມືອງ
ອາເມລິກາ ໄດ້ເພີ່ມທຶນການຊ່ວຍເຫຼືອ ສປປ ລາວ ຈຳນວນ 2.5 ລ້ານໂດລາ ຂ່າວສານບ້ານເມືອງ
ເມືອງລະຄອນເພັງຍັງສືບຕໍ່ເຂັ້ມງວດປ້ອງກັນພະຍາດໂຄວິດ ຂ່າວສານບ້ານເມືອງ
ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ ຂ່າວສານບ້ານເມືອງ
ຂ່າວດ່ວນ! ໄທສົ່ງເອື້ອຍຮັກ ກໍລະນີຕິດເຊື້ອ 59 ກັບ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme