Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ ປກສ ນວ! ໃຊ້ເວລາ 7 ຊົ່ວໂມງ ສາມາດຈັບຜູ້ລົງມືປຸ້ນຊັບໄດ້ 2 ຄົນ

Posted on 09/05/202009/05/2020 By All in LAOS No Comments on ຊົມເຊີຍ ປກສ ນວ! ໃຊ້ເວລາ 7 ຊົ່ວໂມງ ສາມາດຈັບຜູ້ລົງມືປຸ້ນຊັບໄດ້ 2 ຄົນ

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຕິດຕາມນຳຈັບຕົວຜູ້ຖືກຫາ ໃນຄະດີປຸ້ນຊັບພົນລະເມືອງ, ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ 2 ຄົນ ໂດຍໃຊ້ເວລາພຽງ 7 ຊົ່ວໂມງກວ່າ ໃນການນຳຈັບຕົວພວກກ່ຽວ.

ໃນຕອນບ່າຍມື້ນີ້ ພັທ ສຸລິວັນ ລາດສະວົງ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 11:30 ໂມງ ຂອງວັນທີ 08 ພຶດສະພາ 2020 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍສອງຜົວ-ເມຍ ຊື່ທ້າວ ຮຸ່ຍ ແລະ ນາງ ຄໍາແພງ, ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ວ່າ: ມີຄົນຮ້າຍ 3 ຄົນ ເຂົ້າມາໃນເຮືອນໃຊ້ອາວຸດປືນສັ້ນບໍ່ຮູ້ຊະນິດຈີ້ ແລະ ມັດມື, ມັດແຂນພວກກ່ຽວທັງສອງໄວ້ ແລ້ວເອົາໄປຂັງໃນຫ້ອງນອນ.

ຈາກນັ້ນ, ຄົນຮ້າຍກໍ່ໄດ້ຄົ້ນເອົາຊັບສິນມີຄ່າພາຍໃນເຮືອນໄປເປັນຕົ້ນ ແມ່ນແຫວນຄໍາ 2 ວົງ, ສາຍຄໍຄໍາຂາວ ໜັກ 1 ບາດ, ໂມງ 1 ໜ່ວຍ, ໂທລະສັບໄອໂຟນ 2 ໜ່ວຍ, ບັດ ATM, ບັດພະນັກງານບໍານານ, ໃບຂັບຂີ່, ເງິນສົດຈໍານວນ 3.400.000 ກີບ ແລະ ລົດເກັງໂຕໂຍຕ້າແຄມເມີລີ້ ແລ້ວເອົາຕົວຫຼົບໜີ; ເມື່ອຮູ້ແນວນັ້ນ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກໍ່ໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງກວດກາເກັບກໍາຂໍ້ມູນໃນສະຖານທີ່ເກີດເຫດ; ພ້ອມທັງສົມທົບກັບກໍາລັງວິຊາສະເພາະຫ້ອງຕໍາຫຼວດ ປກສ ນວ, ກອງພັນປ້ອງກັນເຄື່ອນທີ່ ແລະ ບັນດາສະຖານີ 1191 ປກສ ເມືອງສີສັດຕະນາກ ຕິດຕາມເປົ້າໝາຍ,

ຈົນຮອດຮອດເວລາ 19:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ສາມາດຈັບຕົວຜູ້ຖືກຫາໄດ້ 2 ຄົນ ຄື: ທ້າວ ອານຸສັກ ( ກິໂນ່ ) ອາຍຸ 45 ປີ, ອາຊີບ ກໍາມະກອນ ບ້ານສະພານທອງເໜືອ ແລະ ທ້າວ ອານັນຕະໄຊ ( ໂຈອີ້ ) ອາຍຸ 21 ປີ, ອາຊີບ ນັກສຶກສາ ບ້ານໂພນສະຫວັນເໜືອ ທັງສອງຢູ່ເມືອງສີສັດຕະນາກ ນວ. ຜ່ານການສອບສວນ ທ້າວ ອານຸສັກ ແລະ ທ້າວ ອານັນຕະໄຊ ໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ພວກກ່ຽວທັງ 2 ຄົນໄດ້ລົງມືປຸ້ນເອົາຊັບສິນຂອງທ້າວ ຮຸ່ຍ ແລະ ນາງ ຄໍາແພງ ແທ້ ແລະ ໄດ້ເອົາຊັບສິນທີ່ປຸ້ນມາແບ່ງກັນ ແລ້ວກໍ່ເອົາຕົວຫຼົບໜີ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ນວ ກໍາລັງລວບລວມຂໍ້ມູນ ແລະ ຕິດຕາມຜູ້ຮ່ວມຂະບວນການອີກ 1 ຄົນ ເພື່ອນໍາມາລົງໂທດຕາມກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ພາຍຸພັດເຂົ້າເມືອງໝື່ນ ເຮືອນຊານເປ່ເພເສຍຫາຍໜັກ 9 ພຶດສະພາ
Next Post: ຄລິບກອງທັບອາກາດບິນໂຊ ສະຫຼອງ 75 ປີ ວັນໄຊຊະນະ ສົງຄາມໂລກຄັ້ງທີ 2 ທີ່ປະເທດ ຣັດເຊຍ 9 ພຶດສະພາ

Related Posts

ຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວກໍາຈັດໂຄວິດ ຂ່າວສານບ້ານເມືອງ
ລົດເສຍຫຼັກຫົວປັກລົງຫ້ວຍທາງໄປສະໜາມໄຊ ຂ່າວສານບ້ານເມືອງ
ອຸຕຸແຈ້ງເຕືອນ ເຝົ້າລະວັງສະພາບອາກາດ ອາທິດນີ້ອາກາດຈະໜາວ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນ ຂ່າວສານບ້ານເມືອງ
ເມືອງວິລະບູລີ ໄດ້ຮັບຜົນກະທົບຈາກພາຍຸເຮັດໃຫ້ມີຝົນຕົກໜັກໃນໄລຍະ1-2ວັນທີ່ຜ່ານມາ ຂ່າວສານບ້ານເມືອງ
Thai police capture Lao drug dealers ເຈົ້າໜ້າທີ່ຕໍາຫຼວດໄທ ຈັບຄົນລາວພ້ອມຂອງກາງຢາບ້າ 100.000 ກວ່າເມັດ ເງິນສົດອີກ 40,000 ບາດ ຂ່າວສານບ້ານເມືອງ
ອຸນຫະພູມຈະເຢັນລົງ 2ຫາ4 ອົງສາ ໄລຍະວັນທີ 30 ທັນວາ ຫາ 3 ມັງກອນນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme