Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕິດເຊື້ອ ໂຄວິດ-19 ທົ່ວໂລກ ກາຍ 4 ລ້ານຄົນແລ້ວ! ຂະນະທີ່ຜູ່ເສຍຊີວິດ ກວມເຖິງ 6.8 ເປີເຊັນ

Posted on 09/05/202009/05/2020 By All in LAOS No Comments on ຕິດເຊື້ອ ໂຄວິດ-19 ທົ່ວໂລກ ກາຍ 4 ລ້ານຄົນແລ້ວ! ຂະນະທີ່ຜູ່ເສຍຊີວິດ ກວມເຖິງ 6.8 ເປີເຊັນ

ກາຍເປັນບັນຫາທີ່ໜ້າເປັນຫ່ວງຂຶ້ນຫຼາຍກວ່າເກົ່າ ກັບການແຜ່ລະບາດ ຂອງໄວຣັສໂຄໂຣນາ ສາຍພັນໃໝ່ ຫຼື ໂຄວິດ-19 ທີ່ ການລາຍງານໂດຍ worldmeters.info ໃນເວລາ 13:30 ວັນທີ 9 ພຶດສະພາ 2020 ນີ້ວ່າ ຕົວເລກ ຜູ່ຕິດເຊື້ອ ທົ່ວໂລກ ແມ່ນ ກາຍ 4 ລ້ານຄົນແລ້ວ ເຊິ່ງມີລາຍລະອຽດ ດັ່ງນີ້

  1. ຕິດເຊື້ອ: 4,014,503 ຄົນ
  2. ເສຍຊີວິດ: 276,253 ຄົນ
  3. ປົວດີ: 1,387,268 ຄົນ

ຈາກຂໍ້ມູນຈະເຫັນວ່າ ອັດຕາການເສຍຊີວິດ ແມ່ນມີເຖິງ 6.8% ຂອງຈໍານວນ ຜູ່ຕິດເຊື້ອ ແລະ ສາມາດປົວດີແມ່ນ 34.5%.

ປະເທດທີ່ມີຄວາມຮ້າຍແຮງໃນການລະບາດ ແລະ ພົບຜູ່ຕິດເຊື້ອ ຂອງພະຍາດນີ້ ຫຼາຍໄດ້ແກ່

  1. ອາເມຣິກາ: ຕິດເຊື້ອ 1,322,163 ຄົນ, ເສຍຊີວິດ 78,616 ຄົນ ແລະ ປົວດີ 223,749 ຄົນ
  2. ສະເປນ: ຕິດເຊື້ອ 260,117 ຄົນ, ເສຍຊີວິດ 26,299 ຄົນ ແລະ ປົວດີ 168,408 ຄົນ
  3. ອີຕາລີ: ຕິດເຊື້ອ 217,185 ຄົນ, ເສຍຊີວິດ 30,201 ຄົນ ແລະ ປົວດີ 99,023 ຄົນ
  4. ອັງກິດ: ຕິດເຊື້ອ 211,364 ຄົນ, ເສຍຊີວິດ 31,241 ຄົນ
  5. ຣັດເຊຍ: ຕິດເຊື້ອ 187,859 ຄົນ, ເສຍຊີວິດ 1,723 ຄົນ ແລະ ປົວດີ 26,608 ຄົນ

ສ່ວນສປປລາວ ຈາກການລາຍງານ ຫຼ້າສຸດ ວັນທີ 8 ພຶດສະພາ 2020 ຍັງຄົງບໍ່ມີຜູ້ຕິດເຊື່ອໃໝ່ ເປັນເວລາ 26 ມື້ແລ້ວ, ຕົວເລກ ຍັງຢູ່ທີ່

  1. ຕິດເຊື້ອ: 19 ຄົນ
  2. ເສຍຊີວິດ: 0 ຄົນ
  3. ປົວດີ: 9 ຄົນ

ພ້ອມດຽວກັນນັ້ນ, ກໍ່ມີຂ່າວດີທີ່ວ່າ ຜູ່ທີ່ກໍາລັງປິ່ນປົວ 10 ຄົນນັ້ນ ຈໍານວນໜຶ່ງອາດສາມາດອອກໂຮງໝໍໄດ້ໄວໆນີ້.

ເຖິງຢ່າງໃດກໍ່ດີ, ການປ້ອງກັນ ການລະບາດຂອງ ໂຄວິດ-19 ໃນລາວ ຍັງຕ້ອງໄດ້ມີມາດຕະການ ເຂັ້ມງວດ, ໂດຍສະເພາະ ປ້ອງກັນພະຍາດ ທີ່ຈະມາຈາກ ຕ່າງປະເທດ ໂດຍສະເພາະ ການເດີນທາງຂອງ ຄົນຕ່າງປະເທດ ມາ ສປປລາວ ເຊິງຈໍາຕ້ອງໄດ້ ມີມາດຕະການ ກວດກາ ທີ່ເຂັ້ມງວດທີ່ສຸດ.

ຫາກທ່ານໃດ ຕ້ອງການສອບຖາມຂໍ້ມູນ ໂທ 165 ຫຼື 166

ຂ່າວສານບ້ານເມືອງ Tags:covid-19, health

Post navigation

Previous Post: ຈັບແຮງງານລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ທີ່ລັກເຂົ້າ ປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ
Next Post: ຂ່າວດີ! ມີຄົນເຈັບໂຄວິດ-19 ໄດ້ອອກໂຮງໝໍອີກ 4 ຄົນ

Related Posts

ຫຼວງພະບາງປະກາດ! ຍົກລະດັບມາດຕະການສະກັດກັ້ນການແຜ່ລະບາດໂຄວິດ ຂ່າວສານບ້ານເມືອງ
ບົດເພງຫວານ ”ຄົນທີ່ເຄີຍຮັກ” ໂດຍ ນ້ອງແພ ສາວວາປີ ຂ່າວສານບ້ານເມືອງ
ຮ່າງກົດໝາຍ 12 ສະບັບ (ສ້າງໃໝ່ 3, ປັບປຸງ 9) ໄດ້ຮັບການຮັບຮອງແລ້ວ ຂ່າວສານບ້ານເມືອງ
ບັນຍາກາດຕາມເສັ້ນທາງ ນະຄອນຫລວງພຣະບາງ ຕອນເຊົ້າ ຂ່າວສານບ້ານເມືອງ
ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ ຂ່າວສານບ້ານເມືອງ
ການສວຍໂອກາດຂຶ້ນລາຄາສິນຄ້າ ລັກຂຶ້ນລາຄາສິນຄ້າເອງ ຈະຖືກປັບໄໝ 10 ລ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme