Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບແຮງງານລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ທີ່ລັກເຂົ້າ ປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ

Posted on 09/05/202009/05/2020 By All in LAOS No Comments on ຈັບແຮງງານລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ທີ່ລັກເຂົ້າ ປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ

ໃນເວລາ 19: 00 ນາທີ ຂອງວັນທີ່ 04 ພຶດສະພາ 2020 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ພົບເຫັນແຮງງານຄົນລາວທີ່ໄປອອກແຮງງານຢູ່ປະເທດເພື່ອນບ້ານ ໄດ້ເດີນທາງກັບເຂົ້າມາລາວ ຢູ່ດ່ານປະເພນີໂຄກແຮ່ ເມືອງສັງທອງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີ 11 ຄົນ; ໃນນັ້ນມີປະຊົນເມືອງສັງທອງ 10 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ; ປັດຈຸບັນນີ້ ເຈົ້າໜ້າທີ່ທຸກພາກສ່ວນໃນເມືອງສັງທອງ ໄດ້ນຳສົ່ງແຮງງານລາວຈຳນວນດັ່ງກ່າວ ໄປທີ່ສູນກັ່ນຕອງເຊື້ອໂຄວິດ 19, ຢູ່ຫຼັກ 27 ເປັນທີ່ຮຽບຮ້ອຍ.

ເພື່ອເຮັດໃຫ້ປະເທດຊາດ, ບ້ານເມືອງລາວເຮົາມີຄວາມສະຫງົບສຸກ ແລະ ປອດເຊື້ອພະຍາດຮ້າຍນີ້ໄດ້ນັ້ນ ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈຶ່ງຂໍຮຽກຮ້ອງເຖິງປະຊາຊົນຊາວເມືອງສັງທອງ ຈົ່ງຊ່ວຍກັນອີກແຮງໜຶ່ງໃນການຕິດຕາມປະຊາຊົນພາຍໃນບ້ານຂອງຕົນຢູ່ບໍລິເວນໃກ້ຄຽງທີ່ໄດ້ໄປອອກແຮງງານຢູ່ປະເທດທີ່ມີຄວາມສ່ຽງ, ຖ້າຫາກພົບເຫັນຈຳນວນດັ່ງກ່າວແມ່ນໃຫ້ສົ່ງຂ່າວລາຍງານໃຫ້ອົງການປົກຄອງ ຫຼື ເຈົ້າໜ້າທີ່ທຸກພາກສ່ວນເຂົ້າໄປກວດກາໃຫ້ທັນການ ເພື່ອປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໃຫ້ໝົດໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ-ສົ່ງແຮງງານມຽນມາຈຳນວນ100 ກວ່າຄົນກັບຄືນປະເທດ
Next Post: ຕິດເຊື້ອ ໂຄວິດ-19 ທົ່ວໂລກ ກາຍ 4 ລ້ານຄົນແລ້ວ! ຂະນະທີ່ຜູ່ເສຍຊີວິດ ກວມເຖິງ 6.8 ເປີເຊັນ

Related Posts

ເຈັບສິບກວ່າຄົນ ກະບະເສຍຫຼັກຕໍາເຂົ້າຮ້ານຂາຍພ້າ ທາງໄປປາກຊ່ອງ ຂ່າວສານບ້ານເມືອງ
ຂົນມາເຕັມລົດ 4 ໂຕນກວ່າ ປກສ ແຂວງບໍ່ແກ້ວ ຈັ ບ ໄດ້ອີກແລ້ວ ຂ່າວສານບ້ານເມືອງ
ລົດຂົນແຮ່ຊາຍຕໍາກັບລົດຈັກເສຍຊີວິດຄາທີ່ 5 ຄົນທີ່ ເມືອງນອງ ຂ່າວສານບ້ານເມືອງ
ຫຼວງພະບາງກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ຂ່າວສານບ້ານເມືອງ
ສປປ ລາວ ອອກແຈ້ງການດ່ວນ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ໄວຣັດ ໂຄໂຣນາ (nCOV) ຂ່າວສານບ້ານເມືອງ
ນັ ກ ໂ ທ ດ 1 ພັນກວ່າຄົນ ຂອງແຂວງຈໍາປາສັກ ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme